ລາວກາຍ ຈະຕ້ອນຮັບ ແຂກທ່ອງທ່ຽວໃນໂອກາດ ສະເຫຼີມສະຫຼອງ 110 ປີແຫ່ງວັນທ່ອງທ່ຽວ ຊາປາ
(ຮັບຮ້ອງທົ່ງນາຂັ້ນໄດຊາປາ ແມ່ນທິວທັດທຳມະຊາດລະດັບຊາດ)
(vovworld) - ຕາມແຜນການແລ້ວ, ພິທີສະຫຼີມສະຫຼອງ 110 ປີແຫ່ງວັນທ່ອງທ່ຽວຊາປາ (ລາວກາຍ) ຈະດຳເນີນໄປເປັນເວລາ 8 ວັນ (ແຕ່ວັນທີ 25 ຕຸລາ ຫາ 03 ພະຈິກ). ໃນຈຸດເວລານີ້, ລາວກາຍ ຈະຕ້ອນຮັບນັກທ່ອງທ່ຽວນັບໝື່ນເທື່ອຄົນ, ບັນລຸຄາດໝາຍຕ້ອນຮັບນັກທ່ອງທ່ຽວ 1 ລ້ານເທື່ອຄົນ ເຊິ່ງນອນໃນແຜນການຂອງຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວລາວກາຍ ວາງອອກ ນັບແຕ່ຕົ້ນປີ 2013. ເນື່ອງໃນໂອກາດນີ້, ຊາປາ ໄດ້ຈັດພິທີປະກາດຂໍ້ຕົກລົງຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ຮັບຮອງທົ່ງນາຂັ້ນໄດຊາປາ ແມ່ນທິວທັດທຳມະຊາດລະດັບຊາດ.