ລາວກາຍ: ໄຂງານບຸນຊາປາ ປີ 2012

ລາວກາຍ: ໄຂງານບຸນຊາປາ ປີ 2012 - ảnh 1
( ໄຂງານບຸນຊາປາ ປີ 2012 )

(vovworld) – ຕອນ​ຄ່ຳ​ວັນ​ທີ 28/4, ຢູ່​ເທດສະບານ​ເມືອງ​ທ່ອງ​ທ່ຽວ ຊາ​ປາ ​ແຂວງ ລາວ​ກາຍ ​ໄດ້​ດຳ​ເນີນ​ພິທີ​ໄຂ​ງານ​ບຸນ​ຊາ​ປາ ປີ 2012. ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ພ້ອມ​ກັບ​ປະຊາຊົນ​ທ້ອງ​ຖີ່​ນນັບ​ພັນ​ຄົນ ​ໄດ້​ເຂົ້າ​ຮ່ວມ ດ້ວຍ​ບັນດາ​ລາຍການ​ສະ​ແດງສິລະ​ປະທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ລັກສະນະ​ຊົນ​ເຜົ່າ​ເຂດ​ພູ​ສູງ. ງານ​ບຸນ​ຊາ​ປາ ​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ໂຄງການ​ຮ່ວມ​ມື​ພັດທະນາ “ການທ່ອງທ່ຽວ​ອວາຍ​ເມືອ​ຫາ​ກົກ​ເຂົ້າ​ເຫງົ້າກໍ” ລະຫວ່າງ 3 ​ແຂວງ ລາວ​ກາຍ - ອຽນ​ບ໋າ​ຍ - ຟູ໋ທໍ້. ທ່ານ Le Duc Luan, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ຊາ​ປາ ​ໃຫ້​ຮູ້​ວ່າ:

“ພວ​ກຂ້າພະ​ເຈົ້າ​ພວມ​ມຸ້ງ​ໄປ​ເຖິງ​ການ​ຂຸດ​ຄົ້ນ​ບັນດາ​ຄຸນຄ່າ​ວັດທະນະທຫຼາຍ​ກ່ວາ​ອີກ ​ເພື່ອ​ຮັບ​​ໃຊ້ໃຫ້​​ແກ່​ການທ່ອງ​ທ່ຽວ. ປະຈຸ​ບັນ, ຢູ່​ຊາ​ປາ, ​ໄດ້​ພັດທະນາການ​ທ່ອງ​ທ່ຽວ​​ເຂດ​ຊຸມ​ຊົນ​ຢູ່ບ້ານ​ຕ່າງໆ. ​ໃນ​ໂອກາດ​ບຸນປີ​​ໃໝ່​ປະຈຳ​ຊາດ​ຜ່ານ​ມາ, ​ເມືອງ​ຊາ​ປາ ​ໄດ້​ຈັດ​ຕັ້ງ 7 ງານບຸນຢູ່​ບ້ານ​ຕ່າງໆ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ຕັ້ງ​ການ​ແຂ່ງຂັນ​ພ້ອນ​ແຄນພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ຮັກສາ ​ແລະ ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ນີ້​ຫຼາຍ​ກ່ວາ​ອີກ ​ເພື່ອ​ໃຫ້​ມັນ​ນຳ​ມາ​ເຊິ່ງຈຸດ​ວັດທະນະທຳ​ທີ່​ເປັນ​ເອກະ​ລັກສະ​ເພາະ​ກ່ວາ ​ແລະ ​ໃໝ່​ອ່ຽມກ່ວາ​ໃນ​ການ​ເຄື່ອນ​ໄຫວ​ຂອງບັນດາ​ລາຍການ”

ງານ​ບຸນ​​ຊາ​ປາ 2012 ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 27/4 ຫາ 4/5. ​ໃນ​ໄລຍະ​ດຳ​ເນີນ​ງານ​ບຸນ, ​ແຂກ​ທ່ອງ​ທ່ຽວ​ຈະ​ມີ​ໂອກາດ​ເຫັນ​ປະຈັກ​ຕາ ຄ່ຳ​ຄື​ນຕະຫຼາດ​ແຫ່ງ​ຄວາມ​ຮັກ​ຊາ​ປາ ​ແລະ ​ຈະ​ໄດ້​ລົງໄປ​ບັນດາ​ຕາ​ແສງ ຕາຟິ່ນ, ຊາ​ຜາ, ບ້ານ​ໂຮ່.​.​.​ ​ເພື່ອ​ເຂົ້າ​ຮ່ວມ​ລາຍການ “​ເປັນ​ຊາວ​ກະສິກອນວັນ​ໜຶ່ງ”, “ງານ​ບຸນປະດັບ​ຍົດຂອງ​ຊາວ​ເຜົ່າ ຢ້າວ​ແດງ”.​​

ຂ່າວ/ບົດ​ອື່ນ