(ພາບປະກອບ)
(vovworld) - ທ່ານເຈືອງ ສົມບູນຂັນ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ໃຫ້ຮູ້ວ່າພິທີສະຫຼຸບປີແຫ່ງຄວາມສາມັກຄີມິດຕະພາບລາວ - ຫວຽດນາມ ປີ 2012 ຈະຖືກຈັດຂຶ້ນຢ່າງສົມກຽດຢູ່ບ້ານດົງ, ເມືອງເຊໂປນ, ແຂວງສະຫວັນນະເຂດໃນວັນທີ 12/12 ຈະມາເຖິງ, ດ້ວຍພິທີສະເຫຼີມສະຫຼອງສອງເຫດການໃຫຍ່. ງານໂຮມຊຸມນຸມຈະຖືກຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າຂອງວັນດຽວກັນ ເພື່ອແນໃສ່ທົບທວນຄືນມູນເຊື້ອ ແລະ ສະຫຼຸບການເສັງຊອກຮູ້ປະຫວັດແຫ່ງສາຍພົວພັນ, ຄວາມສາມັກຄີແບບພິເສດລາວ - ຫວຽດນາມ. ຕອນຄຳ່ຂອງວັນດຽວກັນ ແມ່ນລາຍການສະແດງສິລະປະພິເສດຂອງບັນດານັກສິລະປິນລາວ, ຫວຽດນາມ ແລະ ຍິງບັ້ງໄຟດອກ.
ວັນທີ 13/12, ນອກຈາກງານຕະຫຼາດນັດລາວ - ຫວຽດນາມ ແລ້ວ, ຄາດວ່າກອງທັບປະຊາຊົນລາວຈະຈັດຕັ້ງງານສະແດງໂດດຈ້ອງຢູ່ບ້ານດົງ, ທາງເລກ 9 ແລະ ເສັ້ນທາງ ໂຮ່ຈີມິນ, ເຊິ່ງແມ່ນຂີດໝາຍພົ້ນເດັ່ນແຫ່ງສຳພັນທະມິດສູ້ຮົບ, ແມ່ນສັນຍາລັກແຫ່ງນ້ຳໃຈສາມັກຄີແບບພິເສດ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຖານສະຫາຍອ້າຍນ້ອງ ເພື່ອໄຊຊະນະລວມຂອງຂະບວນການປະຕິວັດປົດປ່ອຍ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ.