ລາວຈະຈັດຕັ້ງກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ
ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 48
(ພາບ: ThuHien)
(vovworld) - ປີ 2016, ໃນຖານະຕຳແໜ່ງເປັນປະທານ ອາຊຽນ, ສາທາລະນະລັດປະຊາທິປະໄຕ ປະຊາຊົນ ລາວ ໄດ້ເລືອກເຟັ້ນຫົວຂໍ້ຂອງ ອາຊຽນ ປີ 2016 ແມ່ນ “ຫັນວິໄສທັດກາຍເປັນພຶດຕິກຳຕົວຈິງ ເພື່ອປະຊາຄົມ ອາຊຽນ ທີ່ຂະຫຍັນຂັນເຄື່ອນ”. ລາວ ຈະດຳເນີນການຈັດຕັ້ງກອງປະຊຸມວົງແຄບລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາຊຽນ ໃນວັນທີ 27/02 ຈະມາເຖິງ ຢູ່ນະຄອນຫລວງ ວຽງຈັນ ໂດຍພາຍໃຕ້ການເປັນເຈົ້າພາບຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລາວ. ທີ່ກອງປະຊຸມ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຈະປຶກສາຫາລືທິດທາງ ແລະ ແນວທາງຈັດຕັ້ງປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ເຊິ່ງໄດ້ຮັບຮອງເອົາຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 27 ທີ່ດຳເນີນເມື່ອເດືອນ 11/2015 ຜ່ານມາ ຢູ່ ມາເລເຊຍ ແລະ ລາວ ຈະສະເໜີບຸລິມະສິດໃຫ້ປີເປັນປະທານ 2016. ກອງປະຊຸມກໍ່ຈະປຶກສາຫາລືກ່ຽວກັບສາຍພົວພັນກັບພາຍນອກ ແລະ ເປັນກາງຂອງ ອາຊຽນ ໃນການຜັນແປຂອງພາກພື້ນ, ພ້ອມກັນນັ້ນ ແມ່ນແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາພາກພື້ນ ແລະ ໂລກເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ອນທີ່ດຳເນີນກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ໃນລະຫວ່າງວັນທີ 25 – 26/02/2016, ລາວ ຈະຈັດຕັ້ງກອງປະຊຸມຄະນະກຳມະການປະຈຳ ອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ.