ລາວຈະປ່ອຍນ້ຳຢູ່ບາງເຂື່ອນໄຟຟ້ານ້ຳຕົກ ເພື່ອຊ່ວຍຫວຽດນາມແກ້ໄຂໄພແຫ້ວແລ້ງ

ລາວຈະປ່ອຍນ້ຳຢູ່ບາງເຂື່ອນໄຟຟ້ານ້ຳຕົກ ເພື່ອຊ່ວຍຫວຽດນາມແກ້ໄຂໄພແຫ້ວແລ້ງ - ảnh 1
ເຂື່ອນນ້ຳງື່ມ 1 ທີ່ບ້ານທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ


(vovworld)- ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ​ແຮ​່​ລາວ​ໃຫ້​ຮູ້​ເມື່ອ​ວັນ​ທີ 23/3 ວ່າ : ລາວ​ຈະ​ປ່ອຍ​ນ້ຳ​ຢູ່​ບາງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ຂອງ​ປະ​ເທດນີ້​ເພື່ອ​ແນ​ໃສ່​ເພີ່ມ​ປະ​ລີ​ມານ​ນ້ຳໄຫຼ​ເຂົ້າ​ລຳ​ແມ່​ນ້ຳ​ຂອງ, ຊ່ວຍ​ຫວຽດ​ນາມ​ແກ້​ໄຂ​ໄພ​ແຫ້ວ​ແລ້ງ ແລະ ສ​ະ​ພາບ​ນ້ຳ​ເຄັມ​ຊຶມ​ຢູ່​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ຕອນ​ໃຕ້​ຫວຽດ​ນາມ. ຕາມນັ້ນ​ນັບ​ແຕ່​ວັນ​ທີ 23/3 ຫາ​ທ້າຍ​ເດືອນ 5/2016, ລາວ​ຈະ​ປ່ອຍ​ນ້ຳ​ຢູ່​ບາງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ຂອງ​ປະ​ເທດນີ້​ດ້ວຍ​ປະ​ລີ​ມານ​ນ້ຳ​ປະ​ມານ 1.136 m3 /s . ຄາດ​ວ່າ ​ນ້ຳຈະ​ໄຫຼ​ຮອດ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ຕອນ​ໃຕ້​ຫວຽດ​ນາມໃນ​ຕົ້ນ​ເດືອນ 4 ນີ້.

                            

 

ຕອບກັບ

ຂ່າວ/ບົດ​ອື່ນ