ລາວສະເໜີຕົວໂລໂກ,ຄຳຂວັນແລະແວັບໄຊໃຫ້ອາຊຽນ2016ຢ່າງເປັນທາງການ
ມິບິ່ງ, ນັກຂ່າວ VOV ປະຈຳລາວ -  
(ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ
ກະຊວງການຕ່າງປະເທດລາວ ທອງລຸນ ສີສຸລິດ)
(vovworld) – ວັນທີ 11/11, ກ່າວຄຳເຫັນທີ່ພິທີສະເໜີຕົວໂລໂກ, ຄຳຂວັນ ແລະ ແວັບໄຊໃຫ້ອາຊຽນ 2016, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ ທອງລຸນ ສີສຸລິດ ເນັ້ນໜັກວ່າ: ໂລໂກມີ 10 ວົງມົນເຊື່ອມຕໍ່ຕິດຈອດໃສ່ກັນ, ລວມມີຕາ ແລະ ຝ່າມືຢູ່ອ້ອມສັນຍາລັກອາຊຽນ (Asean Emblem) ເປັນສັນຍາລັກໃຫ້ປະຊາຄົມອາຊຽນ (ASEAN Community)… ຕາ ແມ່ນສັນຍາລັກໃຫ້ວິໄສທັດຂອງປະຊາຄົມອາຊຽນ ປີ 2025 (ASEAN Vision 2025). ບັນດາຝ່າມື ສະແດງໃຫ້ເຫັນຄວາມປອງດອງ, ສາມັກຄີ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ກໍຄືຄວາປາດຖະໜາຂອງບັນດາປະເທດສະມາຊິກອາຊຽນ ເພື່ອແນໃສ່ເພີ່ມທະວີ ແລະ ພັດທະນາວັດຖະນາຖາວອນກວ່າ ໃນປະຊາຄົມອາຊຽນ, ຜ່ານການປະຕິບັດວິໄສທັດປະຊາຄົມອາຊຽນ ປີ 2025 ໃຫ້ເໝາະສົມກັບຫົວຂໍ້ຂອງອາຊຽນ ປີ 2016. ບັນດາສີແຕກຕ່າງກັນທີ່ໄດ້ນຳໃຊ້ໃນໂລໂກຄື: ສີແດງເປັນສັນຍາລັກໃຫ້ຄວາມແຮງກ້າ ແລະ ກຳລັງໜູນ, ສີເຫຼືອງແມ່ນສັນຍາລັກໃຫ້ຄວາມວັດທະນາຖາວອນ, ສີຟ້າແມ່ນຄວາມມຸ່ງຫວັງໃຫ້ສັນຕິພາບ ແລະ ສະຖຽນລະພາບ, ສີຂຽວສະແດງໃຫ້ເຫັນການເຕີບໂຕ ແລະ ຄວາມກົມກຽວ ແລະ ສີສົ້ມແມ່ນສີແຫ່ງຄວາມອົບອຸ່ນ ແລະ ຜາສຸກ. ບັນດາສີຢູ່ວົງນອກຂອງໂລໂກ, ແມ່ນຕາງໜ້າໃຫ້ສີທຸງຊາດຂອງບັນດາປະເທດສະມາຊິກອາຊຽນ, ສິ່ງດັ່ງກ່າວພິສູດໃຫ້ເຫັນລັກສະນະເປັນຫຼາຍຮູບຫຼາຍແບບໃນອາຊຽນ. ສ່ວນແຖວໜັງສື “LAOS 2016” ມີຄວາມໝາຍວ່າ, ປະເທດສປປ.ລາວ ເປັນປະທານອາຊຽນ ໃນປີ 2016 ແລະ ແວັບໄຊທາງການຂອງອາຊຽນ 2016 ແມ່ນ www.asean2016.gov.la
(ແວັບໄຊທາງການຂອງອາຊຽນ 2016
ແມ່ນ www.asean2016.gov.la)
ອາຊຽນ ຈະປະກາດການສ້າງຕັ້ງປະຊາຄົມເສດຖະກິດອາຊຽນ ໃນວັນທີ 31/12/2015. ປີ 2016 ແມ່ນປິທຳອິດ ບໍ່ພຽງແຕ່ໃຫ້ປະຊາຄົມເສດຖະກິດອາຊຽນ ເທົ່ານັ້ນ, ຫາກຍັງມີຄວາມໝາຍສຳຄັນສຳລັບການປະຕິບັດວິໄສທັດປະຊາຄົມອາຊຽນ ປີ 2025 ອີກດ້ວຍ. ສະນັ້ນ, ປີ 2016 ແມ່ນຈຸດເວລາເພື່ອໃຫ້ອາຊຽນ ສຸມໃສ່ຄວາມມານະພະຍາຍາມເພີ່ມທະວີການຮັດແໜ້ນໃນປະຊາຄົມອາຊຽນ ກວ່າອີກ, ດ້ວຍການປະຕິບັດບັນດາວິໄສທັດປະຊາຄົມອາຊຽນ ປີ 2025. ສະນັ້ນ, ສປປ.ລາວ ໄດ້ຍົກອອກຄຳຂວັນທີ່ວ່າ “ຫັນປະຊາຄົມອາຊຽນ ທີ່ຈະຫຍັນຂັນເຄື່ອນໃຫ້ປະກົດຜົນເປັນຈິງ”. ນີ້ແມ່ນຫົວຂ້ໍຕົ້ນຕໍໃຫ້ອາຊຽນ 2016.
ມິບິ່ງ, ນັກຂ່າວ VOV ປະຈຳລາວ