ລາວແລະຢີປຸ່ນເປັນເອກະພາບຕ້ອງແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ Fumio Kishida
(ພາບປະກອບ: sputniknews.com)
(vovworld)- ໃນວັນທີ 4/5, ທີ່ການພົບປະເຈລະຈາ ຢູ່ ນະຄອນຫຼວງວຽງຈັນ, ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຄູ່ຕຳແໜ່ງຢີປຸ່ນ ທ່ານ Fumio Kishida ເປັນເອກະພາບນຳກັນວ່າ: ບັນດາການຂັດແຍ້ງ ຢູ່ທະເລຕາເວັນອອກ ຕ້ອງໄດ້ແກ້ໄຂດ້ວຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. ໃນການພົບປະເຈລະຈາ, ທ່ານ Kishid ສະແດງຄວາມຄວາມຫັວງວ່າ, ປັດຈຸບັນລາວ ເປັນປະທານຜັດປ່ຽນຂອງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ໃນປີນີ້, ຈະເສີມຂະຫຍາຍບົດບາດ ຂອງຕົນ ເພື່ອໃຫ້ ASEAN ສາມາດຍົກອອກສານທີ່ແຂງແຮງ ກ່ຽວບັນຫາທະເລຕາເວັນອອກ. ຄຽງຄູ່ກັນນັ້ນ, ທ່ານ Kishida ລັດຖະມົນຕີການຕ່າງປະເທດ ກໍ່ຢັ້ງຢືນວ່າ: ລັດຖະບານຢີປຸ່ນ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານຊຸດໃໝ່ຂອງລາວ.
ໃນການມາຢ້ຽມຢາມລາວ ຂອງ ທ່ານ Kishida ລັດຖະມົນຕີການຕ່າງປະເທດ, ສອງຝ່າຍໄດ້ລົງນາມບັນດາຂໍ້ຕົກລົງສອງຝ່າຍ. ຕາມນັ້ນແລ້ວ, ຢີປຸ່ນ ຈະໜູນຊ່ວຍ ລາວ 2,528 ຕື້ເຢນ (23,7 ລ້ານໂດລາສະຫະລັດ) ເພື່ອກໍ່ສ້າງບັນດາຂົວບົນເສັ້ນທາງເລກ 9 ແຫ່ງຊາດລາວ ແລະ ສ່ວນໜຶ່ງໃນແລວຂົນສົ່ງພາກພື້ນທີ່ເຊື່ອມຕໍ່ ມຽນມ້າ, ໄທ, ລາວ ແລະ ຫວຽດນາມ; ກໍ່ຄື ໜູນຊ່ວຍ 247 ລ້ານເຢນ (2,32 ລ້ານໂດລາສະຫະລັດ) ເພື່ອໃຫ້ບັນດາພົນລະເມືອງລາວ ຮ່ຳຮຽນ ຢູ່ຢີປຸ່ນ.