ວັງ Kremlin ເປີດ​ເຜີຍ​ຫົວ​ຂໍ້​ຂອງ​ການກອງ​ປະ​ຊຸມສຸດ​ຍອດ​ລະ​ຫວ່າງ ລັດ​ເຊຍ - ອ​າ​ເມ​ລິກ​າ

(VOVWORLD) - ທ່ານ Yury Ushakov ຜູ້ຊ່ວຍວຽກທ່ານປະທານາທິບໍດີ ລັດເຊຍ ກ່ຽວກັບນະໂຍບາຍການຕ່າງປະເທດໃຫ້ຮູ້ວ່າ, ການນຳລັດເຊຍ ແລະ ອາເມລິກາຄາດວ່າຈະປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມສະຖຽນລະພາບຍຸດທະສາດ ແລະ ຢູແກຼນ. 
ວັງ Kremlin ເປີດ​ເຜີຍ​ຫົວ​ຂໍ້​ຂອງ​ການກອງ​ປະ​ຊຸມສຸດ​ຍອດ​ລະ​ຫວ່າງ ລັດ​ເຊຍ - ອ​າ​ເມ​ລິກ​າ - ảnh 1ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Donald Trump  ປະທານາທິບໍດີ ອາເມລິກາ (ພາບ:AFP/Getty Images )

        ວັນທີ 26 ມິຖຸນາ, ວັງ  Kremlin ໄດ້ແຈ້ງວ່າ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ຄູ່ຕຳແໜ່ງ ອາເມລິກາ ທ່ານ Donald Trump ຈະມີການພົບປະສຸດຍອດຢູ່ນອກກອງປະຊຸມກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງ ໂລກ (G20) ໃນວັນທີ 28 ມິຖຸນາ ຢູ່ນະຄອນ Osaka, ຍີ່ປຸ່ນ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາຮ້ອນເຮັ່ງໃນປັດຈຸບັນ.

        ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານ Yury Ushakov ຜູ້ຊ່ວຍວຽກທ່ານປະທານາທິບໍດີ ລັດເຊຍ ກ່ຽວກັບນະໂຍບາຍການຕ່າງປະເທດໃຫ້ຮູ້ວ່າ, ການນຳລັດເຊຍ ແລະ ອາເມລິກາຄາດວ່າຈະປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມສະຖຽນລະພາບຍຸດທະສາດ ແລະ ຢູແກຼນ. ນອກຈາກນັ້ນ, ການນຳສອງທ່ານກໍ່ຈະປຶກສາຫາລືກ່ຽວກັບການຄວບຄຸມອາວຸດ (ໃນນັ້ນມີສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດລຸ່ນໃໝ່ - New START), ບັນຫາ ອີຣານ, ຊີຣີ, ເວເນຊູເອລາ…

ຕອບກັບ

ຂ່າວ/ບົດ​ອື່ນ