ວົງການນັກປັນຍາຊົນ ຫວຽດນາມ ຢູ່ ສະວິດ ລໍຄອຍການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ
(VOVWORLD) - ເນື່ອງໃນໂອກາດນີ້, ບັນດານັກປັນຍາຊົນ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ສະວິດ ໃຫ້ຮູ້ວ່າ: ໄດ້ມີຄວາມສົນໃຈເຖິງບັນດາບັນຫາເຊິ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມການປຶກສາຫາລືທີ່ກອງປະຊຸມ.
ທ່ານ ປອ ລືວຫວີງຕວ່ານ, ຫົວໜ້າໜ່ວຍງານ ການປະມວນຜົນພາສາທຳມະຊາດ (NLP) ຂອງບໍລິສັດ Move Digital AG ຢູ່ Zurich ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Anh Hiển/Vietnam+)
|
ຕອນເຊົ້າວັນທີ 16 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ນະຄອນ Davos, ປະເທດ ສະວິດ. ເນື່ອງໃນໂອກາດນີ້, ບັນດານັກປັນຍາຊົນ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ສະວິດ ໃຫ້ຮູ້ວ່າ: ໄດ້ມີຄວາມສົນໃຈເຖິງບັນດາບັນຫາເຊິ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມການປຶກສາຫາລືທີ່ກອງປະຊຸມ. ທ່ານນາງ Teresa Lien Freiburghaus, ອາຈານສອນຢູ່ມະຫາວິທະຍາໄລວິທະຍາສາດໝູນໃຊ້ ແລະ ສິລະປະ ທາງທິດຕາເວັນຕົກພາກເໜືອ ປະເທດ ສະວິດ, ຫວັງວ່າ: ຫວຽດນາມ ຈະຍູ້ໄວວິວັດການຫັນເປັນດີຈີຕອນໃນການສິດສອນ; ປາດຖະໜາວ່າ ການໄປປະຕິບັດງານຢູ່ Davos ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະແມ່ນກຳລັງໜູນເພື່ອຊອກຫາມາດຕະການຊ່ວຍຍົກສູງຄຸນນະພາບການສຶກສາ - ບຳລຸງສ້າງ ຢູ່ ຫວຽດນາມ.
ໃນຂະນະນັ້ນ, ທ່ານ ປອ ລືວຫວີງຕວ່ານ, ຫົວໜ້າໜ່ວຍງານ ການປະມວນຜົນພາສາທຳມະຊາດ (NLP) ຂອງບໍລິສັດ Move Digital AG ຢູ່ Zurich, ຖືວ່າ: ການເຂົ້າຮ່ວມກອງປະຊຸມ Davos ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຍາດແຍ່ງການພັດທະນາເຕັກໂນໂລຊີຢູ່ບັນດາປະເທດ ເພື່ອເພີ່ມທະວີການຮ່ວມມື.