ວົງການເຈົ້າໜ້າທີ່ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ປຶກສາຫາລືການປະຕິບັດຂໍ້ຕົກລົງຂັ້ນສູງ

(VOVWORLD) - ວັນທີ 05 ຕຸລາ, ກອງປະຊຸມເຈລະຈາຂັ້ນສູງລະຫວ່າງທ່ານລັດຖະມົນຕີກະຊວງເອກະພາບ ສ.ເກົາຫຼີ Cho Myoung-gyon ແລະ ຄູ່ຕຳແໜ່ງ ສປປ.ເກົາຫຼີ Ri Son-gwon 
ວົງການເຈົ້າໜ້າທີ່ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ປຶກສາຫາລືການປະຕິບັດຂໍ້ຕົກລົງຂັ້ນສູງ - ảnh 1 ທ່ານລັດຖະມົນຕີກະຊວງເອກະພາບ ສ.ເກົາຫຼີ Cho Myoung-gyon ແລະ ຄູ່ຕຳແໜ່ງ ສປປ.ເກົາຫຼີ Ri Son-gwon  (ພາບ:  Yonhap/TTXVN )

ໄດ້ດຳເນີນຢູ່ ພຽງຢາງ ຢູ່ນອກເຫດການຮ່ວມກັນສະເຫຼີມສະຫຼອງ 11 ປີແຫ່ງວັນດຳເນີນການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ  ແລະ ສປປ.ເກົາຫຼີ ເມື່ອປີ 2007. ກອງປະຊຸມເຈລະຈາເພື່ອແນໃສ່ປຶກສາຫາລືບັນດາມາດຕະການປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ການນຳ ສປປ.ເກົາຫຼີ Kim Jong-un ໃນການພົບປະສຸດຍອດຄັ້ງທີ 3 ໃນເດືອນ ກັນຍາ ຜ່ານມາ.

       ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫລັງສິ້ນສຸດການເຈລະຈາ, ທ່ານລັດຖະມົນຕີກະຊວງເອກະພາບ ສ.ເກົາຫຼີ Cho Myoung-gyon ໃຫ້ຮູ້ວ່າ: 2 ຝ່າຍໄດ້ແລກປ່ຽນຄຳເຫັນກ່ຽວກັບທິດທາງການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ເຫັນດີເປັນເອກະພາບຈັດຕັ້ງບັນດາກອງປະຊຸມປຶກສາຫາລືກ່ຽວກັບການຮ່ວມມືໃນບັນດາຂະແໜງອື່ນຕື່ມອີກ ຫາກບໍ່ພຽງແຕ່ໃນຂະແໜງທາງລົດໄຟ, ປ່າໄມ້ ແລະ ການກໍ່ສ້າງຖະໜົນຫົນທາງເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ