ເຮືອບິນໝາຍເລກ CP2933 ຂອງບໍລິສັດການບິນ Lamia ຖືກອຸບັດຕິເຫດຕົກ
(ພາບ: Getty)
(vovworld) - ວັນທີ 01/12, ວົງການເຈົ້າໜ້າທີ່ ໂກໂລມບີ ຢືນຢັນວ່າ, ເຮືອບິນໝາຍເລກ CP2933 ຂອງບໍລິສັດການບິນ Lamia ຖືກອຸບັດຕິເຫດຕົກຢູ່ເທດສະບານເມືອງ La Union, ລັດ Antioquia, ຂອງປະເທດນີ້ ໃນວັນທີ 28/11 ເຮັດໃຫ້ 71 ຄົນເສຍຊີວິດແມ່ນຍ້ອນໝົດນ້ຳມັນ. ກ່າວຄຳເຫັນກັບວົງການນັກຂ່າວ, ຜູ້ອຳນວຍການຮັບຜິດຊອບຄວາມປອດໄພທາງການບິນ ບໍລິສັດການບິນ ໂກໂລມບີ Fredy Bonilla ໃຫ້ຮູ້ວ່າ, ເຮືອບິນດັ່ງກ່າວໃກ້ຈະລົງຈອດຢູ່ສະໜາມບິນ Jose Maria Cordova ຢູ່ນະຄອນ Medellin, ແຕ່ບັງເອີ້ນຖືກຕົກຍ້ອນໝົດນ້ຳມັນ, ທ່ານ Bonilla ໃຫ້ຮູ້ວ່າ, ປະຈຸບັນເຈົ້າໜ້າທີ່ພວມສືບສວນສາຍເຫດຕາມທິດນີ້ ເພື່ອເຮັດແຈ້ງສາຍເຫດພາໃຫ້ເຮືອບິນຕົກ.