ວົງງານການຄ້າ 2 ຝ່າຍ ຈີນ - ອາຊຽນ ບັນລຸກ່ວາ 400 ຕື້ USD

ວົງງານການຄ້າ 2 ຝ່າຍ ຈີນ - ອາຊຽນ ບັນລຸກ່ວາ 400 ຕື້ USD - ảnh 1
ພາບປະກອບ

(vovworld) – ວັນ​ທີ 23/7, ຢູ່​ຫ້ອງ​ການ​ສື່​ມວນ​ຊົນ​ລັດຖະບານ ຈີນ ​ໄດ້​ຈັດການ​ປະຊຸມ​ຂ່າວ​ແນະນຳ​ກ່ຽວ​ກັບ​ສະພາບ​ການ​ຮ່ວມ​ມື ​ເສດຖະກິດ - ການ​ຄ້າ ຈີນ - ອາ​ຊຽນ ພາຍຫຼັງ 10 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ສະພາບ​ກະກຽມ​ໃຫ້​ແກ່​ງານ​ຕະຫຼາດນັດ ຈີນ - ອາ​ຊຽນ ຄັ້ງ​ທີ 10. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ ຈີນ ກາວແຢ໋ນ ​ໃຫ້ຮູ້​ວ່າ: 10 ປີ​ຜ່ານ​ມາ, ການ​ຮ່ວມ​ມື ​ເສດຖະກິດ - ການ​ຄ້າ ລະຫວ່າງ 2 ຝ່າຍ​ບັນລຸ​ໄດ້​ບັນດາ​ພົນ​ງານ​ທີ່​ພົ້ນ​ເດັ່ນ. ວົງ​​ເງິນການ​ຄ້າ 2 ຝ່າຍ​ເພີ່ມ​ຂຶ້ນ​ພໍ​ສົມຄວນ, ຈາກ​ເກືອ​ບ 55 ຕື້ USD​ ​ໃນ​ປີ 2002 ຂຶ້ນ​ເຖິງ 400 ຕື້ USD ​ໃນ​ປີ 2012, ການ​ເຕີບ​ໂຕ​ສະ​ເລ່ຍ​ແຕ່ລະ​ປີ​ບັນລຸ 22%. ການຮ່ວມ​ມື​ລົງທຶນ 2 ຝ່າຍ​ກໍ່​ບັນລຸ​ປະສິດທິ​ຜົນ​ສູງ. ​ໃນ 10 ຜ່ານ​ມາ, ການ​ລົງທຶນລະຫວ່າງ ຈີນ - ອາ​ຊຽນ ​ໄດ້ລື່ນ​ກາຍ​ລະດັບ 70 ຕື້ USD. ຂອບ​ຂະໜາດ​ການທ່ອງທ່ຽວ 2 ຝ່າຍ​ກໍ່​ໄດ້​ຮັບການເປີດ​ກ້ວາງ. ປີ 2012, ຈຳນວນ​ແຂກ​ທ່ອງ​ທ່ຽວ ຈີນ ​ໄປ​ ອາ​ຊຽນ ​ແມ່ນ 73,2 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 2,6 ​ເທື່ອ​ເມື່ອ​ທຽບ​ໃສ່ 10 ປີ​ກ່ອນ, ນີ້​ແມ່ນ​ແຫຼ່ງນັກ​ທ່ອງ​ທ່ຽວ​ຫຼາຍ​ອັນດັບ 2 ຂອງ ອາ​ຊຽນ, ຖັດ​ຈາກ​ເອີ​ລົບ.

ຂ່າວ/ບົດ​ອື່ນ