ວິທີການແກ້ໄຂການພັດທະນາຂະແໜງອຸດສາຫະກໍາປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ

(VOVWORLD) -ຕອນເຊົ້າວັນທີ 8 ສິງຫາ, ຢູ່່ນະຄອນໂຮ່ຈີມິນ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ “ກໍານົດທິດທາງ, ວິທີການແກ້ໄຂ ການພັດທະນາຂະແໜງອຸດສາຫະກໍາປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງສົ່ງອອກ ຢ່າງວ່ອງໄວ ແລະ ຍືນຍົງ”.
 ວິທີການແກ້ໄຂການພັດທະນາຂະແໜງອຸດສາຫະກໍາປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ “ກໍານົດທິດທາງ, ວິທີການແກ້ໄຂ ການພັດທະນາຂະແໜງອຸດສາຫະກໍາປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງສົ່ງອອກ ຢ່າງວ່ອງໄວ ແລະ ຍືນຍົງ” 

 ເຂົ້າຮ່ວມກອງປະຊຸມຍັງມີ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິງຢຸງ, ການນໍາກະຊວງ, ຂະແໜງການຈໍານວນໜຶ່ງ, ບັນດາແຂກສາກົນ ແລະ ວິສາຫະກິດ 300 ແຫ່ງ ໂດຍຕາງໜ້າໃຫ້ວິສາຫະກິດ ປຸງແຕ່ງໄມ້ ແລະ ເຄື່ອງປາຂອງດົງ 4.500 ແຫ່ງໃນທົ່ວປະເທດ.

        ກ່າວຄໍາເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ຊີ້ແຈ້ງວ່າ ຂະແໜງ ປຸງແຕ່ງໄມ້ ແລະ ເຄື່ອງປາຂອງດົງ ແມ່ນຂະແໜງຜະລິດສິນຄ້າສົ່ງອອກທີ່ເປັນກໍາລັງຫຼັກແຫຼ່ງ ແລະ ແມ່ນໜຶ່ງໃນຈໍານວນຂະແໜງຜະລິດສິນຄ້າສົ່່ງອອກຫຼາຍສຸດຂອງຫວຽດນາມ. ປີ 2017, ມູນຄ່າສົ່ງອອກເຄື່ອງເຟີນີເຈີ ແລະ ເຄື່ອງປ່າຂອງດົງ ບັນລຸຫຼາຍກວ່າ 8 ຕື້ USD ແລະ ຄາດໝາຍໃນປີ 2018 ແມ່ນບັນລຸຢ່າງໜ້ອຍ 9 ຕື້ USD. ທ່ານ ຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ສະເໜີໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ຈົ່ງຮັກສາບັນດາຕະຫຼາດມາແຕ່ດົນນານ; ຍົກອັດຕາສ່ວນດ້ານການຄ້າປະເພດເຄື່ອງເຟີນີເຈີ ໃນໂລກ ຂອງຫວຽດນາມ ແຕ່ 6% ໃນປັດຈຸບັນ ຂຶ້ນເຖິງປະມານ 10% ໃນປີ 2025.

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ບັນດາຂະແໜງການ, ຂັ້ນຕ່າງໆ ແລະ ວິສາຫະກິດ ຈົ່ງສຸມໃສ່່ປະຕິບັດກົດໝາຍວ່າດ້ວຍປ່າໄມ້ ປີ 2017, ໃນນັ້ນ ຄວນເອົາໃຈໃສ່ເຖິງເນື້ອໃນຖືຂະແໜງປ່າໄມ້ເປັນຂະແໜງເສດຖະກິດເຕັກນິກສະເພາະ. ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງເລື່ອງຂຸດຄົ້ນບັນດາຕະຫຼາດສົ່ງອອກຜະລິດຕະພັນໄມ້ ແລະ ເຄື່ອງປ່່າຂອງດົງ ທີ່ມີຄວາມສາມາດບົ່ມຊ້ອນ, ທ່ານກ່າວວ່າ:

        “ຕ້ອງປະຕິບັດວຽກງານການຕະຫຼາດພາຍໃນ ແລະ ຕ່າງປະເທດໃຫ້ເປັນຢ່າງດີ, ຄົ້ນຄວ້າການພັດທະນາຂອງຂະແໜງອະສັງຫາລິມະຊັບຂອງທົ່ວໂລກ ແລະ ສັນຍາການຄ້າເສລີ ຄື ສັນຍາທີ່ໄດ້ລົງນາມກັບສະຫະພາບເອີຣົບ, ສັນຍາ CPTPP, ສັນຍາຄູ່ຮ່ວມມືອາສາສະໝັກ ແລະ ປະຕິບັດກົດໝາຍວ່າດ້ວຍປ່າໄມ້, ຄຸ້ມຄອງປ່າ ແລະ ການຄ້າ ກັບ ອີຢູ ແລະສັນຍາຫຼາຍສະບັບອື່ນໆທີ່ພວກເຮົາໄດ້ເຂົ້າຮ່ວມ. ນີ້ແມ່ນກາລະໂອກາດທີ່ດີ ເພື່ອໃຫ້ຂະແໜງໄມ້ຂອງຫວຽດນາມເຊື່ອມໂຍງໄດ້ດີກວ່າ ທັງດ້ານຂອບຂະໜາດ ແລະປະສິດທິຜົນ ເພື່ອພັດທະນາ”.

        ຫວຽດນາມ ພວມຢືນອັນດັບທີ 5 ໃນໂລກ ແລະ ອັນດັບ 2 ໃນອາຊີກ່ຽວກັບການສົ່ງອອກຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ.


ຕອບກັບ

ຂ່າວ/ບົດ​ອື່ນ