(VOVWORLD) -ວັນທີ 2 ມີນາ, ຢູ່ສຳນັກງານໃຫຍ່ຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາຝຶກອົບຮົມກ່ຽວກັບວຽກງານຖະແຫຼງຂ່າວ ຮັບໃຊ້ການໂຄສະນາກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ.
ພິທີປຸກລະດົມການແຂ່ງຂັນ "ນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ" ຂອງ VOV |
ກອງປະຊຸມສຳມະນາຝຶກອົບຮົມ ແມ່ນເພື່ອແນໃສ່ນຳສະເໜີກ່ຽວກັບບັນດາເນື້ອໃນສຳຄັນຂອງກອງປະຊຸມໃຫຍ່ໃຫ້ແກ່ພະນັກງານ, ນັກຂ່າວ, ບັນນາທິການ ວິທະຍຸກະຈາຍສຽງ ຫວຽດນາມ. ທ່ານ ຫງວຽນດຶກຮ່າ, ນັກປະຖະກະຖາຂັ້ນສູງ, ອະດີດຫົວໜ້າກົມຮາກຖານພັກ, ຄະນະຈັດຕັ້ງສູນກາງພັກ, ເນັ້ນໜັກວ່າ:
“ການຮັບຟັງ ແລະ ແລກປ່ຽນກ່ຽວກັບບັນດາເນື້ອໃນໃໝ່ ແລະ ພົ້ນເດັ່ນກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ກັບນັກຂ່າວ - ຜູ້ທີ່ເຮັດວຽກງານຖະແຫຼງຂ່າວຂອງວິທະຍຸກະຈາຍສຽງ ຫວຽດນາມ ກໍແມ່ນສິ່ງທີ່ເປັນປະໂຫຍດທີ່ສຸດ. ຂ້າພະເຈົ້າຖືວ່າ ການຊອກຮູ້ດັ່ງກ່າວ ແມ່ນເພື່ອໃຫ້ພວກເຮົານຳມະຕິຂອງກອງປະຊຸມໃຫຍ່ເຂົ້າສູ່ຊີວິດຕົວຈິງ, ນັ້ນແມ່ນສິ່ງທີ່ມີຄວາມໝາຍແທດຈິງທີ່ສຸດ.”.
ພິທີ “ເປີດຕົວໂປຼແກມການເສັງປະລາໄນ ທາງອິນເຕີແນັດ ຊອກຮູ້ກ່ຽວກັບເອກະສານກອງປະຊຸມໃຫຍ່ຂອງພັກ” ຂອງ ອົງຄະນະພັກແຂວງ ລາວກາຍ (ພາບ: TTXVN) |
ເພື່ອປ່ຽນແປງໃໝ່, ຍົກສູງຄົນນະພາບຂອງການຮ່ຳຮຽນ, ເຊື່ອມຊຶມ, ຄົ້ນຄວ້າ, ໂຄສະນາ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆໃນບໍລິເວນແຂວງ ອາຍຸການ 2020 – 2025, ວັນທີ 1 ມີນາ, ອົງຄະນະພັກແຂວງ ລາວກາຍ ກໍໄດ້ຈັດພິທີ “ເປີດຕົວໂປຼແກມການເສັງປະລາໄນ ທາງອິນເຕີແນັດ ຊອກຮູ້ກ່ຽວກັບເອກະສານກອງປະຊຸມໃຫຍ່ຂອງພັກ”.