ບັນດາການນຳ VOV ກົດປຸ່ມອອກອາກາດບັນດາລາຍການ
ຂອງລະບົບVOV2
|
(vovworld)- ຕອນເຊົ້າວັນທີ 26/8 ທີ່ສະຖານນີກະຈາຍສຽງ ກວານແຈ ຢູ່ ນະຄອນໂຮ່ຈິມີນ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດພິທີກົດປຸ່ມອອກອາກາດບັນດາລາຍການຂອງລະບົບວັດທະນະທຳ ຊີວິດ ສຶກສາວິທະຍາສາດ (VOV2) ຜ່ານຄື້ນ FM 96,5 MHz. ເປັນອັນວ່າ ແຕ່ວັນທີ 26/8, ຜູ້ຟັງຢູ່ນະຄອນໂຮ່ຈິມີນ ແລະ ບັນດາແຂວງທາງພາກໃຕ້ສາມາດຮັບຟັງບັນດາລາຍການກະຈາຍສຽງຂອງລະບົບວັດທະນະທຳ - ຊີວິດ -ສຶກສາວິທະຍາສາດ ຜ່ານຄື້ນ FM 96,5, ຄຽງຂ້າງຄື້ນ AM 558 Khz. ມາຮອດປະຈຸບັນ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກອາກາດ 6 ລະບົບ FM ຢູ່ ນະຄອນ ໂຮ່ຈິມີນ ແລະ ບັນດາແຂວງໃກ້ຄຽງ.