(VOVWORLD) - ຕອນບ່າຍວັນທີ 12 ກຸມພາ, ທີ່ນະຄອນຫຼວງ New Delhi, ສາທາລະນະລັດອິນເດຍ, ວິທະຍຸກະຈາຍສຽງຫວຽດນາມ (VOV)ໄດ້ຈັດພິທີສະຫຼອງເປີດສຳນັກງານໃໝ່ ປະຈຳຢູ່ ອິນເດຍ. ນີ້ແມ່ນຫ້ອງການຜູ້ຕາງໜ້າທີ 13 ຂອງ VOVປະຈຳຢູ່ຕ່າງປະເທດ, ເຊິ່ງສະແດງໃຫ້ເຫັນເຖິງຂະໜາດການພັດທະນາແລະວິໄສທັດຍຸດທະສາດ,ແມ່ນອົງການສື່ມວນຊົນໃຫ່ຍແລະສຳຄັນແຖວໜ້າ.
ພິທີສະຫຼອງເປີດສຳນັກງານໃໝ່ ປະຈຳຢູ່ ອິນເດຍ |
ທ່ານນາງດັ້ງທິງັອກທິ້ງຮອງປະທານປະເທດຫວຽດນາມ, ທ່ານຫງວຽນເຖກີ໋ ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ, ທ່ານຟ້າມແຊັງເຈົາເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສຫວຽດນາມປະຈຳສາທາລະນະລັດອິນເດຍໄດ້ເຂົ້າຮ່ວມພິທິການເປິດສະຫຼອງໃນຄັ້ງນີ້. ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນເຖກີ໋ ຜູ້ອຳນວຍການໃຫ່ຍ ສະຖານີວິທະຍຸກະຈາຍສຽງຫວຽດນາມຢັ້ງຢືນວ່າ:
“ດ້ວຍທີ່ຕັ້ງຍຸດທະສາດທີ່ສຳຄັນ, ຂອບຂະໜາດຈຳນວນປະຊາກອນເກືອບ 1,4 ຕື້ຄົນ, ມີພື້ນຖານອະລິຍະທຳໃນຫຼາຍໆປີແລະພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ອິນເດຍແມ່ນໜຶ່ງໃນບົດບາດທີ່ສຳຄັນຕໍ່ກັບສັນຕິພາບ, ສະຖຽນລະພາບຢູ່ພາກພື້ນມະຫາສະໝຸດອິນເດຍແລະປາຊີຟິກ. ຫວຽດນາມ ແມ່ນເສົາຄ້ຳໜຶ່ງທີ່ສຳຄັນໃນນະໂຍບາຍການເຄື່ອນໄຫວມຸ່ງໄປເຖິິງທາງທິດຕາເວັນອອກຂອງອິນເດຍແລະເປັນຄູ່ຮ່ວມມືຫຼັກແຫຼ່ງຂອງວິໄສທັດມະຫາສະໝຸດອິນເດຍ-ປາຊີຟິກ”
ໃນຂອບເຂດເຫດການດັ່ງກ່າວ, ສະຖານີວິທະຍຸກະຈາຍສຽງຫວຽດນາມແລະສຳນັກຂ່າວ ANI (ອິນເດຍ) ກໍ່ໄດ້ລົງນາມຂໍ້ຕົກລົງການຮ່ວມມືນຳກັນ.