ທ່ານ ຫງວຽນທ້ຽນເຍີນ ເຂົ້າຮ່ວມພິທີ
|
(vovworld) – ວັນທີ 18/11, ຢູ່ຮ່າໂນ້ຍ, ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນຈັດຕັ້ງພິທີສະເຫຼີມສະຫຼອງວັນຄູ ຫວຽດນາມ 20/11. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ຢັ້ງຢືນວ່າ: ດ້ວຍປະຫວັດສາດແຫ່ງການສ້າງຕັ້ງມາເປັນຫຼາຍປີ, ຄູ່ອາຈານລຸ້ນຕ່າງໆຂອງ ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ ດ້ວຍຄວາມສຸດຈິດສຸດໃຈ, ຄວາມຮັກຕໍ່ອາຊີບໄດ້ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ພາລະກິດແຫ່ງການສຶກສາ, ບຳລຸງສ້າງຂອງກຳລັງຕຳຫຼວດປະຊາຊົນ, ຮັບໃຊ້ໃຫ້ແກ່ພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ. ທ່ານ ຫງວຽນທ້ຽນເຍີນ ສະເໜີວ່າ ໃນໄລຍະຈະມາເຖິງບັນດາອ້າຍຄູ, ເອື້ອຍຄູຂອງ ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນຈະສືບຕໍ່ສູ້ຊົນປະຕິບັດການສອນ, ຄຸ້ມຄອງ ແລະ ການຮຽນເປັນຢ່າງດີ. ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນຕ້ອງເອົາໃຈໃສ່, ປ່ຽນໃໝ່ວຽກງານການຄຸ້ມຄອງ. ໄປຄຽງຄູ່ກັນນັ້ນ, ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນຕ້ອງເອົາໃຈໃສ່ຍົກສູງຄຸນນະພາບຂອງຖັນແຖວພະນັກງານຄູອາຈານກ່ຽວກັບຄວາມສາມາດສິດສອນ, ຄົ້ນຄ້ວາວິທະຍາສາດ ແລະ ຄວາມສາມາດເຊື່ອມໂຍງເຂົ້າກັບສາກົນ.
ທີ່ພິທີດັ່ງກ່າວ, ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ ໄດ້ເຊີດຊູຄູອາຈານ 6 ຄົນບັນລຸໄດ້ມາດຖານເປັນຮອງສາດສະດາຈານຂອງປີ 2016, ມອບຫຼຽນໄຊ “ເພື່ອພາລະກິດການສຶກສາ” ໃຫ້ພະນັກງານ, ຄູອາຈານ 7 ຄົນ.