ວິທະຍາຄານປ້ອງກັນອາກາດ - ກອງທັບອາກາດຈັດພິທີໄຂສົກຮຽນໃໝ່

ວິທະຍາຄານປ້ອງກັນອາກາດ - ກອງທັບອາກາດຈັດພິທີໄຂສົກຮຽນໃໝ່ - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ຖ້ຽນ​ເຍີນ ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ສົກ​ຮຽນ​ໃໝ່​ຢູ່​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ອາ​ກາດ - ກອງ​ທັບ​ອາ​ກາດ


(vovworld)- ຕອນ​ເຊົ້າ​ວັນ​ທີ 14/9, ຢູ່​ເທດ​ສະ​ບານ​ເຊີນ​ໄຕ, ຮ່າ​ໂນ້ຍ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ຖ້ຽນ​ເຍີນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ສົກ​ຮຽນ​ໃໝ່​ຢູ່​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ອາ​ກາດ - ກອງ​ທັບ​ອາ​ກາດ​ທີ່​ຂຶ້ນ​ກັບ​ເຫຼົ່າ​ທັບ​​ປ້ອງ​ກັນ​ອາ​ກາດ - ກອງ​ທັບ​ອາ​ກາດ. ທີ່​ພິ​ທີ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ຖ້ຽນ​ເຍີນຖື​ວ່າ ວິ​ທະ​ຍາ​ຄານ​ປ້ອງ​ກັນ​ອາ​ກາດ - ກອງ​ທັບ​ອາ​ກາດ​ຄວນ​ສືບ​ຕໍ່​ປ່ຽນ​ໃໝ່​ໂດຍ​ພື້ນ​ຖານ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ໝັ້ນ​ຄົງ​ໜັກ​ແໜ້ນ​ທາງ​ດ້ານ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ການ​ສຶກ​ສາ-ບຳ​ລຸງ​ສ້າງ ແລະ ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ. ວິ​ທະ​ຍາ​ຄານ​ປ້ອງ​ກັນ​ອາ​ກາດ - ກອງ​ທັບ​ອາ​ກາດ​ຕ້ອງກໍ່​ສ້າງ, ບຳ​ລຸງ​ໃຫ້​ຖັນ​ແຖວ​ພະ​ນັກ​ງານ, ນາຍ​ທະ​ຫານ ປ້ອງ​ກັນ​ອາ​ກາດ - ກອງ​ທັບ​ອາ​ກາດໃຫ້​ມີ​ຄຸນ​ນະ​ທາດ​ການ​ເມືອງ​ຢ່າງ​ໝັ້ນ​ຄົງ, ມີ​ຈີນ​ຕະ​ນາ​ການ​ຢ່າງ​ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ, ມີ​ລະ​ດັບ​ຄວາມ​ຮູ້, ວິ​ຊາ​ສະ​ເພາະ, ມີ​ນ້ຳ​ໃຈ​ສາ​ມັກ​ຄີ, ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.
ຂ່າວ/ບົດ​ອື່ນ