(ພາບ: baomoi.com)
(vovworld)- ວັນກາບກອນຫວຽດນາມ ຄັ້ງທີ 12 ປີ 2014 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 14/2 ຢູາວັນມຽວ-ກວກຕື້ຢາມ-ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງທ່ານຫງວຽນເທກີ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ສະມາຊິກບັນດາສະໂມສອນກາບກອນ ພ້ອມດ້ວຍນັກສຶກສາບັນດາມະຫາວິທະຍາໄລ, ຜູ້ນີຍົມກາບກອນເປັນຈຳນວນຫຼາຍ.
ວັນກາບກອນຫວຽດນາມ ຄັ້ງທີ 12 ໂດຍສະມາຄົມນັກປະພັນຫວຽດນາມ ຈັດຂຶ້ນໃນວັນທີ 13-14/2. ກ່າວຄຳເຫັນທີ່ພິທີໄຂ, ນັກກະວີຫິ້ວຖິງ ປະທານສະມາຄົມນັກປະພັນຫວຽດນາມ ເນັ້ນໜັກວ່າ:
“ວັນກາບກອນຫວຽດນາມ ຄັ້ງທີ 12 ຖືກຈັດຕັ້ງຂຶ້ນໃນທົ່ວປະເທດຫວຽດນາມ. ຢູ່ຮ່າໂນ້ຍ, ວັນກາບກອນຖືກຈັດຂຶ້ນດ້ວຍຈິດໃຈເສີມຂະຫຍາຍມູນເຊື້ອວັນມຽວ-ກວກຕື້ຢາມຢ່າງແຮງ. ນັ້ນແມ່ນມູນເຊື້ອເຕົ້າໂຮມສິ່ງຍອດຍິງ ແລະ ແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊາດ ເພື່ອຈຸດປະສົງວັດທະນະທຳມະນຸດອັນສູງສົ່ງ. ມຸ້ງໄປເຖິງຜູ້ອ່ານກໍ່ໝາຍຄວາມວ່າມຸ້ງໄປເຖິງບັນດາຄວາມຮຽກຮ້ອງໃໝ່ຂອງຊີວິດ, ນັ້ນແມ່ນສິ່ງມະຫັດສະຈັນເພື່ອພັດທະນາກາບກອນຂອງຊາດໃນໄລຍະໃໝ່ຂອງປະເທດຊາດ“.
ວັນກາບກອນຫວຽດນາມ ຄັ້ງທີ 12 ມີຫົວເລື່ອງ “ລະດູບານໃໝ່ຂອງປະເທດຊາດ“ ແລະ ໃນຂອບເຂດວັນກາບກອນຫວຽດນາມ ຄັ້ງທີ 12 ນີ້ ຍັງຈັດໃຫ້ມີບັນດາການເຄື່ອນໄຫວຄື: ພິມຈຳໜ່າຍປຶ້ມ, ມອບປຶ້ມກະວີ, ຂຽນໜັງສືສິລະປະ, ການພົບປະແລກປ່ຽນ…..
ຜູ້ມາເຂົ້າຮ່ວມວັນກາບກອນຫວຽດນາມ
(ພາບ: http://dantri.com.vn)
ວັນກາບກອນຫວຽດນາມ ຖືກຈັດຂຶ້ນໃນວັນເພັງເດືອນຈຽງໄລ່ຕາມ ຈັນທະປະຕິທິນຂອງທຸກໆປີ ໄດ້ກາຍເປັນວັນບຸນເຊີດຊູກາບກອນ ແລະ ຖືກຈັດຂຶ້ນໃນທົ່ວປະເທດ ແລະ ໄດ້ຮັບຄວາມສົນໃຈ, ລໍຄອຍຈາກຜູ້ນິຍົມກາບກອນເປັນຈຳນວນຫຼາຍ.
ດ້ວຍຫົວເລື່ອງ “ໄວໜຸ່ມ ແລະ ປະເທດຊາດ“, ວັນກາບກອນຫວຽດນາມ ໂດຍສະມາຄົມສິລະປະວັນນະຄະດີແຂວງນິງບິງ ສົມທົບກັບມະຫາວິທະຍາໄລຮວາລື ຈັດຕັ້ງຂຶ້ນໃນວັນທີ 13/2 ໄດ້ດຶງດູດການເຂົ້າຮ່ວມຂອງນັກກະວີ, ນັກປະພັນ ແລະ ຊາວໜຸ່ມຜູ້ນິຍົມກະວີກ່ວາ 100 ຄົນ.
ຄ່ຳຄືນກາບກອນວັນເພັງເດືອນຈຽງຈັດຂຶ້ນຢູ່ຖານທີ່ໝັ້ນປະຕິວັດຮຽບດຶກ ແຂວງກວາງຫງ້າຍ ແມ່ນການພົບປະແລກປ່ຽນລະຫວ່າງບັນດານັກກະວີ ແລະ ຜູ້ນິຍົມກະວີໃນບໍລິເວນແຂວງ. ຕອນຄ່ຳວັນທີ 13/2, ຢູ່ແຂວງຕຽນຢາງ, ກໍ່ໄດ້ຈັດໃຫ້ມີງານລາຕີ “ກາບກອນ-ດົນຕີໃນວັນເພງເດືອນຈຽງ ລະດູບານໃໝ່ປີມະເມຍ 2014“ ເຊັ່ນດຽວກັນ./.