(ພາບປະກອບ)
(vovworld) - ສະຫະສະມາຄົມ ກາເຟ ກາກາວ ຫວຽດນາມ ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ຈະຈັດຕັ້ງວັນກາເຟ ຫວຽດນາມ ນັບແຕ່ວັນທີ 08 – 11/12/2016 ຢູ່ນະຄອນ ໂຮ່ຈີມິນ. ດ້ວຍຄວາມປາດຖະໜາຢາກຊຸກຍູ້ການພັດທະນາບັນດາເຄື່ອງໝາຍການຄ້າກາເຟ ເຖິງຜູ້ບໍລິໂພກພາຍໃນປະເທດ ແລະ ສາກົນ, ວັນກາເຟ ຫວຽດນາມ ເພື່ອແນໃສ່ເພີ່ມທະວີກາລະໂອກາດໂຄສະນາ ແລະ ກະຕຸກຊຸກຍູ້ຕະຫລາດໃຫ້ບັນດາຫົວໜ່ວຍຜະລິດ, ດຳເນີນທຸລະກິດກາເຟ. ລາຍການຈະດຳເນີນໄປດ້ວຍເນື້ອໃນອຸດົມສົມບຸນຫລາຍຢ່າງລວມມີ: ງານວາງສະແດງໂຄສະນາ, ແນະນຳບັນດາຜະລິດຕະພັນກາເຟມີຄຸນນະພາບສູງ ທີ່ມາຈາກບັນດາເຂດປູກກາເຟທີ່ມີຊື່ສຽງໃນທົ່ວປະເທດ, ຊີມກາເຟຂອງບັນດາເຄື່ອງໝາຍການຄ້າທີ່ມີຊື່ສຽງ, ເຊີດຊູຜະລິດຕະພັນກາເຟທີ່ມີອິດທິພົນຊື່ສຽງດ້ວຍຄຸນນະພາບສູງ, ພິເສດແມ່ນຊ່ວຍໃຫ້ຜູ້ບໍລິໂພກມີຄວາມຮູ້ກ່ຽວກັບຄຸນປະໂຫຍດຂອງກາເຟສຳລັບສຸຂະພາບຂອງວົງຄະນະຍາດ.