ວັນຄອບຄົວຫວຽດນາມ 28 ມິຖຸນາ: ຢາລາຍ ຈັດວັນບຸນ “ຄອບຄົວແຫ່ງຄວາມອົບອຸ່ນ,ຄວາມຮັກແພງ”

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄອບຄົວຫວຽດນາມ 28 ມິຖຸນາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງຢາລາຍ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງ ຈັດວັນບຸນ “ຄອບຄົວແຫ່ງຄວາມອົບອຸ່ນ, ຄວາມຮັກແພງ”.

ວັນຄອບຄົວຫວຽດນາມ 28 ມິຖຸນາ: ຢາລາຍ ຈັດວັນບຸນ “ຄອບຄົວແຫ່ງຄວາມອົບອຸ່ນ,ຄວາມຮັກແພງ” - ảnh 1 ວັນຄອບຄົວຫວຽດນາມ 28 ມິຖຸນາ

(ພາບ: TTXVN)

ວັນບຸນໂດຍມີການເຂົ້າຮ່ວມຂອງ 23 ຄອບຄົວທີ່ມາຈາກບັນດາທ້ອງຖິ່ນໃນບໍລິເວນແຂວງຢາລາຍ, ດ້ວຍບັນດາການເຄື່ອນໄຫວທີ່ຟົດຟື້ນຄື: ແລກປ່ຽນການປຸງແຕ່ງອາຫານການກິນ, ແບ່ງປັນບົດຮຽນໃນການຈັດຕັ້ງຊີວິດຄອບຄົວ… ເພື່ອແນໃສ່ເຊື່ອມຕໍ່ບັນດາສະມາຊິກໃນຄອບຄົວ, ມຸ່ງໄປເຖິງການພັດທະນາແບບຍືນຍົງຂອງຄອບຄົວຫວຽດນາມ ໃນໄລຍະຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.

      ແລະກໍໃນວັນດຽວກັນ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະຫະພັນແມ່ຍິງແຂວງຢາລາຍ ກໍ່ໄດ້ຈັດກອງປະຊຸມ “ຕີລາຄາວຽກງານປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງຢູ່ຄອບຄົວ ໃນບໍລິເວນແຂວງ ແລະ ບົດບາດຂອງຮູບແບບ “ສະຖານທີ່ໄວ້ເນື້ອເຊື່ອໃຈ” ຢູ່ປະຊາຄົມ.”

      ແລະກໍໃນວັນທີ 28 ມິຖຸນາ, ຄະນະຊີ້ນຳສ້າງການດຳລົງຊີວິດວັດທະນະທຳ  ແຂວງດົ່ງທາບ ກໍ່ໄດ້ຈັດພິທີຍ້ອງຍໍ 150 ຄອບຄົວດີເດັ່ນປີ 2018.

      ສ່ວນຢູ່ແຂວງວິ້ງລອງ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກໍ່ໄດ້ຈັດກອງປະຊຸມຍ້ອງຍໍຄອບຄົວວັດທະນະທຳດີເດັ່ນໄລຍະ 2015 – 2018 ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ