ບັນດາຜູ້ແທນເຂົ້າຮ່ວມຊຸດຮຽນ
(ພາບ: laodong.com.vn)
|
(vovworld) – ວັນຊອກຮູ້ ຫວຽດນາມ - ກາລະໂອກາດເພື່ອໃຫ້ເພື່ອນມິດສາກົນເຂົ້າໃຈກ່ວາກ່ຽວກັບປະເທດຊາດ, ຊາວຫວຽດນາມ. ນີ້ແມ່ນກາລະໂອກາດເພື່ອໃຫ້ເພື່ອນມິດສາກົນຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳ, ເສດຖະກິດ, ສັງຄົມກໍ່ຄືລະບົບການເມືອງຂອງ ຫວຽດນາມ. ສິ່ງດັ່ງກ່າວໂດຍທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ, ຫົວໜ້າກົມວັດທະນະທຳການຕ່າງປະເທດ ແລະ ບັນດາບັນຫາ UNESCO ຂອງກະຊວງການຕ່າງປະເທດ ຫວຽດນາມ, ເນັ້ນໜັກທີ່ “ວັນຊອກຮູ້ກ່ຽວກັບ ຫວຽດນາມ” ສະຫງວນໃຫ້ບັນດາສະມາຊິກໃໝ່ຂຶ້ນກັບຄະນະທູຕານຸທູດຕ່າງປະເທດເຊິ່ງດຳເນີນໄປໃນວັນທີ 19/5 ຢູ່ຮ່າໂນ້ຍ. ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ຢັ້ງຢືນວ່າ:
“ນີ້ແມ່ນຂໍ້ລິເລີ່ມໂດຍກະຊວງການຕ່າງປະເທດຈັດຕັ້ງເປັນຄັ້ງທຳອິດ ແລະ ໄດ້ຮັບການສະໜັບສະໜູນຈາກບັນດາຄະນະທູຕານຸທູດຕ່າງປະເທດ. ດັ່ງນັ້ນພວກຂ້າພະເຈົ້າຖືວ່າ, ຄະນະທູຕານູທູດປະເທດຕ່າງໆ ມີບົດບາດສຳຄັນທີ່ສຸດໃນບັນດາຜົນງານການຕ່າງປະເທດຂອງ ຫວຽດນາມ ໃນໄລຍະຜ່ານມາ. ເຂົາເຈົ້າແມ່ນຜູ້ຕາງໜ້າບັນດາປະເທດເພື່ອນມິດຂອງ ຫວຽດນາມ ຢູ່ຮ່າໂນ້ຍ.”
ບັນດາຜູ້ແທນສາກົນຕີລາຄາສູງແນວຄວາມຄິດຈັດຕັ້ງ “ວັນຊອກຮູ້ ຫວຽດນາມ”, ຖືວ່ານີ້ແມ່ນການເຄື່ອນໄຫວທີ່ມີປະໂຫຍດໃຫ້ແກ່ວຽກງານທູຕານຸທູດຂອງເຂົາເຈົ້າ. ທ່ານເອກອັກຄະລັດຖະທູດ Mozambique ຢູ່ ຫວຽດນາມ Gamiliel Munguambe, ໃຫ້ຮູ້ວ່າ:
“ຊຸດຮຽນນີ້ມີປະໂຫຍດຫຼາຍສຳລັບທັງຜູ້ທີ່ໄດ້ດຳລົງຊີວິດຢູ່ ຫວຽດນາມ ເປັນເວລາ 3 ປີແລ້ວຄືຂ້າພະເຈົ້າ. ຍ້ອນວ່າເມື່ອໄປບໍ່ວ່າປະເທດໃດ, ບັນດາຜູ້ເຮັດວຽກງານການທູດຄືພວກຂ້າພະເຈົ້າກໍ່ຢາກຊອກຮູ້ວັດທະນະທຳ, ມະນຸດ, ເສດຖະກິດ, ການເມືອງຂອງປະເທດນັ້ນ. ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ, ພວກເພື່ອນອາດຈະເປີດກ້ວາງຊຸດຮຽນນີ້ໃຫ້ແກ່ບັນດາຄອບຄົວໃນຄະນະທູຕານຸທູດຍ້ອນວ່າເຂົາເຈົ້າຢາກຊອກຊອກຮູ້ກ່ຽວກັບ ຫວຽດນາມ ທີ່ສຸດເມື່ອມີກາລະໂອກາດຢູ່ທີ່ນີ້.”