“ວັນຊອກຮູ້ຫວຽດນາມ”ຊ່ວຍໝູ່ເພື່ອນສາກົນຮູ້ຈັກຕື່ມອີກກ່ຽວກັບຫວຽດນາມ


“ວັນຊອກຮູ້ຫວຽດນາມ”ຊ່ວຍໝູ່ເພື່ອນສາກົນຮູ້ຈັກຕື່ມອີກກ່ຽວກັບຫວຽດນາມ - ảnh 1
ທ່ານ ເລ​ຮ່ວາຍ​ຈຸງ ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ

(vovworld) – ​ ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ, ສັງ​ຄົມ, ລະ​ບົບ​ການ​ເມືອງ, ອົງປະ​ກອບ​ການ​ຈັດ​ຕັ້ງ​ກົງ​ຈັກ​ລັດ ກໍ​່ຄື​ແນວ​ທາງ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ຜົນ​ງານ​​ປ່ຽນໃໝ່​ ຂອງ​ຫວຽດ​ນາມ ເປັນ​​ຫົວ​ຂໍ້ຫຼັກ ​ເຊິ່ງກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວ​ຽດນາມ ​ໄດ້ແນະ​ນຳ ໃນ​ລາຍ​ການ “​ວັນ​ຊອກ​ຮູ້​ຫວຽດ​ນາມ” (Learning about Viet Nam Session), ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 2/6, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ລາຍ​ການ​ໂດຍ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຈັດ​ຂື້ນ​ທຸກປີ ເພື່ອແນ​ໃສ່​ແບ່ງ​ປັນ ແລະ ​ສະໜອງ​ບັນ​ດາ​ຂໍ້​ມູນ​ທີ່​ມີ​ປະ​ໂຫຍດ ກ່ຽວ​ກັບ​ຫວຽດ​ນາມ ໃຫ້​​ຜູ້ຕາງ​ໜ້າ​ບັນ​ດາ​ ຄະ​ນະ​ທູ​ຕາ​ນຸ​ທູດ​ຕ່າງ​ປະ​ເທດ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ອຸ​ປະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ອົງ​ການ​ສາ​ກົນ ປະ​ຈຳ​ຫວຽດ​ນາມ.

        ກ່າວ​ຄວາມ​ເຫັນ​ນະ​ທີ່ນີ້, ທ່ານ ເລ​ຮ່ວາຍ​ຈຸງ ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມເນັ້ນ​ໜັກ​ວ່າ: ລາຍ​ການ “​ວັນ​ຊອກ​ຮູ້​ຫວຽດ​ນາມ” ບໍ່​ພຽງ​ແຕ່​​ຊ່ວຍ​ໃຫ້ບັນ​ດາ​ເພື່ອນ​ມິດສາ​ກົນ​​ມີ​ຄວາມຮູ້​​ຕື່ມ​ອີກກ່ຽວກ​ັບຫວຽດ​ນາມ, ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ພາ​ລະ​ກິດສ້າງ​ສາ, ປົກ​ປັກ​ຮັກ​ສາ ແລະ ພ​ັດ​ທະ​ນາ​ປະ​ເທດ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ຕອບ​ສະ​ໜອງຄວາມມຸ່ງ​ມາດ​ປາ​ຖະ​ໜາ ຂອງ​ບັນ​ດາ​ຄະ​ນະທູ​ຕາ​ນຸ​ທູດ​ສາ​ກົນ​ອີກ​ດ້ວຍ.

 

 

 


ຂ່າວ/ບົດ​ອື່ນ