ວັນທີ 17 ເມສາ, ຫວຽດນາມມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ 21 ຄົນໄດ້ຮັບການປິ່ນປົວຫາຍດີ

(VOVWORLD) -ຫວຽດນາມມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 21 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ.

ວັນທີ 17 ເມສາ, ຫວຽດນາມມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ 21 ຄົນໄດ້ຮັບການປິ່ນປົວຫາຍດີ - ảnh 1ຫວຽດນາມມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 21 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ

(ພາບປະກອບ: baodautu.vn)

ວັນທີ 17 ເມສາ, ຫວຽດນາມມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 21 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ. ຄົນເຈັບເຫຼົ່ານັ້ນລ້ວນແຕ່ຖືສັນຊາດຫວຽດນາມ. ບັນດາກໍລະນີດັ່ງກ່າວຈະສືບຕໍ່ໄດ້ແຍກຕົວ ແລະ ຕິດຕາມອາການສຸຂະພາບເປັນເວລາ 4 ວັນຕື່ມອີກ.

        ສະນັ້ນ, ຮອດເວລານີ້ຢູ່ຫວຽດນາມ ໄດ້ມີ 198 ໃນຈຳນວນ 268 ຄົນຕິດໂລກລະບາດໂຄວິດ- 19 ໄດ້ປິ່ນປົວຫາຍດີເປັນປົກກະຕິແລ້ວ. 70 ຄົນທີ່ຍັງເຫຼືອພວມໄດ້ຮັບການປິ່ນປົວຢູ່ບັນດາຮາກຖານກວດ, ປິ່ນປົວພະຍາດ. ຄົນເຈັບເຫຼົ່ານັ້ນສ່ວນຫຼາຍລ້ວນແຕ່ມີອາການສຸຂະພາບດີຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ