(ພາບປະກອບ) |
(vovworld)- ທ່ານຮອງນາຍົກລັດຖະມົນຕີມາເລເຊຍ Muhyiddin Yassin ໄດ້ປະກາດເມື່ອວັນທີ 14/8 ວ່າ ປະເທດນີ້ໄດ້ເລືອກເອົາວັນທີ 22/8 ແມ່ນວັນໄວ້ທຸກລະດັບຊາດເພື່ອອາໄລຫາບັນດາຜູ້ຮັບເຄາະຮ້າຍ ມາເລເຊຍທີ່ຖືກເສຍຊີວິດຍ້ອນອຸບັດຕິເຫດເຮືອບິນ MH 17ຂອງບໍລິສັດການບິນມາເລເຊຍຕົກຢູ່ພາກຕາເວັນອອກຢູແກຼນເມື່ອວັນ 17/7 ທ່ີຜ່ານມາ.
ທ່ານຮອງນາຍົກລັດຖະມົນຕີມາເລເຊຍ Muhyiddin Yassin ໃຫ້ຮູ້ວ່າ ວັນທີ 22/8 ນີ້, ບັນດາຊາກສົບທຳອິດຂອງບັນດາຜູ້ຮັບເຄາະຮ້າຍຈະຖືກສົ່ງກັບເມືອມາເລເຊຍດ້ວຍຖ້ຽວບິນພິເສດຈາກໂຮນລັງ. ພິທີອາໄລຫາຈະຖືກຈັດຂຶ້ນຢ່າງສົມກຽດຢູ່ສະໜາມບິນ. ຄາດວ່າ ກະສັດມາເລເຊຍ, ນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ, ບັນດາຜູ້ວ່າການລັດ ແລະ ຄອບຄົວບັນດາ ຜູ້ຮັບເຄາະຮ້າຍຈະເຂົ້າຮ່ວມພິທີອາໄລຫາ. ທ່ານຮອງນາຍົກລັດຖະມົນຕີມາເລເຊຍ Muhyiddin Yassin ຍັງໃຫ້ຮູ້ອີກວ່າ : ຊື່ຂອງບັນດາຜູ້ຮັບເຄາະຮ້າຍພຽງຈະຖືກປະກາດໃນພິທີອາໄລຫາຄັ້ງນີ້.