ວັນທີ 31 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 1.477 ຄົນ

(VOVWORLD) -ນັບແຕ່ ໂຄວິດ-19 ເລີ່ມແຜ່ລະບາດ, ຫວຽດນາມໄດ້ມີຜູ້ຕິດເຊື້ອຫຼາຍກວ່າ 10,7 ລ້ານຄົນ, ຢືນອັນດັບ 12/227 ປະເທດ ແລະ ເຂດແຄ້ວນ
ວັນທີ 31 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 1.477 ຄົນ - ảnh 1ພາບປະກອບ

     ວັນທີ 31 ກໍລະກົດ, ກະຊວງສາທາລະນະສຸກຫວຽດນາມໃຫ້ຮູ້ວ່າ: ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 1.477 ຄົນ, ຫຼຸດລົງເກືອບ 200 ກໍລະນີເມື່ອທຽບໃສ່ມື້ກ່ອນ. ໃນມື້ດຽວກັນ, ມີເກືອບ 7,900 ກໍລະນີທີ່ ໄດ້ຮັບການປິ່ນປົວຫາຍດີ ແລະ ບໍ່ມີຜູ້ເສຍຊີວິດ.  

      ນັບແຕ່ ໂຄວິດ-19 ເລີ່ມແຜ່ລະບາດ, ຫວຽດນາມໄດ້ມີຜູ້ຕິດເຊື້ອຫຼາຍກວ່າ 10,7 ລ້ານຄົນ, ຢືນອັນດັບ 12/227 ປະເທດ ແລະ ເຂດແຄ້ວນ, ໃນຂະນະທີ່ອັດຕາຜູ້ຕິດເຊື້ອຕໍ່ 1 ລ້ານຄົນ, ຫວຽດນາມ ຢືນອັນດັບ 112/227 ປະເທດ ແລະ ເຂດແຄ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ