ວັນ​ທີ 7 ມັງ​ກອນ - ເປັນຫຼັກໝາຍ​​ແຫ່ງ​ນ້ຳ​ໃຈ​ມິດ​ຕະ​ພາບແບບ​ພິ​ເສດ ຫວຽດ​ນາມ - ກຳ​ປູ​ເຈຍ

(VOVWORLD) -ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍສະຫງວນນ້ຳໃຈທີ່ເລິກເຊິ່ງຕໍ່ປະເທດຊາດ ແລະ ປະຊາຊົນ ກຳປູເຈຍ ພວກຂ້າພະເຈົ້າ. ເຫດການມື້ນີ້ ເຊິ່ງຖືກຈັດຂຶ້ນໃນຊຸມວັນຕົ້ນປີໃໝ່ 2022 ໄດ້ສະແດງໃຫ້ເຫັນນ້ຳໃຈໝັ້ນຄົງ ແລະ ແຫຼມຄົມ, ນ້ຳໃຈສາມັກຄີມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງສອງຊາດພວກເຮົາ ຈະໄດ້ຮັບການປົກປ້ອງຖະໜຸຖະໜອມ, ປັບປຸງ ແລະ ພັດທະນາໄປຊົ່ວກາລະນານ”.
ວັນ​ທີ 7 ມັງ​ກອນ - ເປັນຫຼັກໝາຍ​​ແຫ່ງ​ນ້ຳ​ໃຈ​ມິດ​ຕະ​ພາບແບບ​ພິ​ເສດ ຫວຽດ​ນາມ - ກຳ​ປູ​ເຈຍ - ảnh 1ຄວາມສະໜິດຕິດພັນລະຫວ່າງປະຊາຊົນກຳປູເຈຍ ແລະ ທະຫານ ຫວຽດນາມ (ພາບ: TTXVN)

ການພົບປະສັງສັນຖືກຈັດຂຶ້ນໃນວັນທີ 7 ມັງກອນ ຢູ່ ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະສົງຄາມຊາຍແດນ ທາງທິດຕາເວັນຕົກພາກໃຕ້ ແລະ ພ້ອມກັບປະຊາຊົນ ກຳປູເຈຍ ເອົາຊະນະລະບອບດັບສູນເຊື້ອຊາດ ຢູ່ ກຳປູເຈຍ ຄົບຮອບ 43 ປີ (7/1/1979 – 7/1/2022). ເຫດການດັ່ງກ່າວໂດຍ ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ຈັດຕັ້ງຂຶ້ນ.

ບັນດາຜູ້ແທນໄດ້ຫວນຄືນເຫດການປະຫວັດສາດກ່ອນນີ້ 43 ປີ - ວັນທີ 7 ມັງກອນ 1979 ໄດ້ກາຍເປັນຂີດໝາຍຂອງນ້ຳໃຈສາມັກຄີສາກົນອັນບໍລິສຸດຜຸດຜ່ອງ ແລະ ນ້ຳໃຈມິດຕະພາບແບບພິເສດລະຫວ່າງຂອງຊາດ ຫວຽດນາມ - ກຳປູເຈຍ. ກ່າວຄຳເຫັນທີ່ການພົບປະ, ທ່ານ Sok Dareth ຫົວໜ້າສະຖານກົງສູນ ລາຊະອານາຈັກ ກຳປູເຈຍ ຢູ່ ນະຄອນ ໂຮ່ຈີມິນ ຢັ້ງຢືນວ່າ:

“ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍສະຫງວນນ້ຳໃຈທີ່ເລິກເຊິ່ງຕໍ່ປະເທດຊາດ ແລະ ປະຊາຊົນ ກຳປູເຈຍ ພວກຂ້າພະເຈົ້າ. ເຫດການມື້ນີ້ ເຊິ່ງຖືກຈັດຂຶ້ນໃນຊຸມວັນຕົ້ນປີໃໝ່ 2022 ໄດ້ສະແດງໃຫ້ເຫັນນ້ຳໃຈໝັ້ນຄົງ ແລະ ແຫຼມຄົມ, ນ້ຳໃຈສາມັກຄີມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງສອງຊາດພວກເຮົາ ຈະໄດ້ຮັບການປົກປ້ອງຖະໜຸຖະໜອມ, ປັບປຸງ ແລະ ພັດທະນາໄປຊົ່ວກາລະນານ”.

ຕອບກັບ

ຂ່າວ/ບົດ​ອື່ນ