(ພາບ:thethaovanhoa.vn)
(vovworld)-ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນວ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ; ປີສາມັກຄີມິດຕະພາບຫວຽດນາມ-ຍີ່ປຸ່ນ 2013 ແລະ ລະນຶກ 5 ປີແຫ່ງວັນເຊັນບົດບັນທຶກຊ່ວຍຈຳກ່ຽວກັບການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງນະຄອນຮ່າໂນ້ຍ ແລະ ແຂວງ Fukuoka, ແຕ່ວັນທີ 27/8-1/9, ຢູ່ຮ່າໂນ້ຍ ຈະຈັດບັນດາການເຄື່ອນໄຫວວັດທະນະທຳ, ສິລະປະພິເສດສະເພາະເພື່ອຂຳ່ນັບຊົມເຊີຍບັນດາເຫດການນີ້. ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ສ້າງຂີດໝາຍແຫ່ງບັນດາຜົນງານຮ່ວມມືອັນພົ້ນເດັ່ນຂອງສອງທ້ອງຖິ່ນ ແລະ ແມ່ນໂອກາດທີ່ດີເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ການຮ່ວມມືລະຫວ່າງຊາວຮ່າໂນ້ຍ ແລະ ແຂວງ Fukuoka ເວົ້າສະເພາະ ກໍ່ຄືສອງປະເທດຫວຽດນາມ-ຍີ່ປຸ່ນ ເວົ້າລວມ. ເຂົ້າຮ່ວມລາຍການມີບັນດາຄະນະຜູ້ແທນໂດຍທ່ານເຈົ້າແຂວງແຂວງ Fukuoka ນຳໜ້າ, ສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ, ບັນດາອົງການຈັດຕັ້ງສາກົນຄື: ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ), ອົງການສົ່ງເສີມການຄ້າຍີ່ປຸ່ນ, ສູນພົບປະແລກປ່ຽນວັດທະນະທຳຍີ່ປຸ່ນ ປະຈຳຫວຽດນາມ….