ວັນບຸນດົນຕີ ຮ່າໂນ້ຍ ລະດູໃບໄມ້ຫຼົ່ນ 2015 (ພາບ:dantri.com.vn)
(vovworld) – “ວັນບຸນດົນຕີ ຮ່າໂນ້ຍ ລະດູໃບໄມ້ຫຼົ່ນ 2015” ດຳເນີນໃນຕອນຄ່ຳວັນທີ 23/8 ຢູ່ສະຖານທີ່ 10 ແຫ່ງ, ໄດ້ແນະນຳດົນຕີຫລາຍປະເພດທີ່ອຸດົມສົມບຸນ ແລະ ສ້າງຄວາມດຶງດູດ. ນີ້ແມ່ນຈຸດພົ້ນເດັ່ນຂອງເຫດການສະເຫຼີມສະຫຼອງ 70 ປີ ແຫ່ງວັນປະຕິວັດເດືອນ ສິງຫາ ແລະ ວັນຊາດ 2/9 ຂອງນະຄອນຫລວງ ຮ່າໂນ້ຍ. ນັກດົນຕີ ກ໋ວກຈູງ, ຜູ້ອຳນວຍການດົນຕີຂອງລາຍການໃຫ້ຮູ້ວ່າ:
“ນີ້ແມ່ນລາຍການສະແດງສິລະປະທີ່ມີລັກສະນະອາຊີບສູງ ແລະ ແນະນຳເຖິງມະຫາຊົນເປັນຈຳນວນຫລວງຫລາຍ ບັນດາປະເພດດົນຕີທີ່ທັນສະໄໝ. ລາຍການໄດ້ຈັດຕັ້ງຢູ່ເວທີສະແດງກາງແຈ້ງ 10 ແຫ່ງ. ເພື່ອສຳພັດກັບສິລະປະຂອງມະຫາຊົນຢ່າງສະດວກ ແລະ ພວກຂ້າພະເຈົ້າກໍມານະພະຍາຍາມຊອກຫາບັນດາສະຖານທີ່ຕ່າງໆ ທີ່ມີລັກສະນະປະຫວັດສາດ ແລະ ແມ່ນສະຖານທີ່ວັດທະນະທຳຂອງນະຄອນ ຮ່າໂນ້ຍ.”
ວັນບຸນດົນຕີ ຮ່າໂນ້ຍ ລະດູໃບໄມ້ຫຼົ່ນ ແມ່ນເຫດການດົນຕີໃຫຍ່ຄັ້ງທຳອິດໂດຍພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຈັດຕັ້ງ ດ້ວຍຂອບຂະໜາດໃຫຍ່, ທີ່ມີສີສັນຫລາຍຢ່າງ, ດົນຕີຫລາຍປະເພດ, ນັບແຕ່ດົນຕີພື້ນເມືອງຕະຫລອດຮອດດົນຕີທັນສະໄໝ.