ພາບປະກອບ:internet
|
(vovworld)- ວັນບຸນລະດູບານໃຫມ່ ປີວອກ 2016 ຢູ່ ຮ່າໂນ້ຍ ຈະດຳເນີນແຕ່ວັນທີ 20/1 – 5/2 ຢູ່ ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ ຢູ່ ຖະຫນົນ ຮວາລື ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວມີຄວາມໝາຍຢ່າງແທດຈິງ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ພ້ອມທັງເຊີດຊູຄຸນຄ່າ, ຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອ, ບຸນປີໃຫມ່ປະຈຳຊາດ. ວັນບຸນລະດູບານໃຫມ່ປີວອກ 2016 ລວມມີຫລາຍເຫດການວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະ. ໃນນັ້ນ ມີງານວາງສະແດງ “ວິຈິດສິນລະດູບານໃຫມ່ 2016” ນຳມາໃຫ້ຜູ້ຊົມຄວາມຮູ້ສຶກກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະ ລະດູບານໃຫມ່ຢູ່ ຫວຽດນາມ. ນະທີ່ນີ້ ກໍດຳເນີນ “ຕະຫລາດນັດ ລາວກາຍ ຢູ່ ເຂດໄຕບັກ” ກໍຄືການເຄື່ອນໄຫວຕ່າງໆເພື່ອວາດພາບຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນຊົນເຜົ່າຕ່າງໆຢູ່ເຂດໄຕບັກ ອີກດ້ວຍ.