(ພາບປະກອບ)
(vovworld) - ໂດຍໄດ້ຮັບການສະໜັບສະໜູນຈາກອຳນາດການປົກຄອງນະຄອນເຊີອູ່ນ ແລະ ສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ, ວັນທີ 28/06, ວັດທະນະທຳຫວຽດນາມ ປະຈຳສ.ເກົາຫຼີ ໄດ້ຈັດຕັ້ງວັນບຸນວັດທະນະທຳຫວຽດນາມຢູ່ສ.ເກົາຫຼີ ຄັ້ງທີ 1 ຢູ່ຫໍວັດທະນະທຳ ບ້ານ Dong jak, ນະຄອນຫຼວງເຊີອູ່ນ ສຳເລັດຜົນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວວັດທະນະທຳເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 23 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບຫວຽດນາມ - ສ.ເກົາຫຼີ, ຜ່ານນັ້ນ ເພື່ອແນໃສ່ເພີ່ມທະວີຄວາມມາມັກຄີ, ການພົບປະແລກປ່ຽນ, ການແບ່ງປັນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນໂຄສະນາພາບພົດປະເທດຊາດ ແລະ ຊາວຫວຽດນາມ ເຖິງປະຊາຊົນສ.ເກົາຫຼີ. ກ່າວຄຳເຫັນທີ່ພິທີໄຂວັນບຸນວັດທະນະທຳຫວຽດນາມ ຢູ່ສ.ເກົາຫຼີ ຄັ້ງທີ 1, ທ່ານນາງ ລຶວທິມີ້ຮ່າ, ຫົວໜ້າສູນວັດທະນະທຳຫວຽດນາມ ຢູ່ສ.ເກົາຫຼີ ເນັ້ນໜັກວ່າ: ພາຍຫຼັງ 3 ປີແຫ່ງວັນສ້າງຕັ້ງ ແລະ ເຄື່ອນໄຫວ, ສູນໄດ້ຈັດຕັ້ງການສະແດງແນະນຳວັດທະນະທຳຫວຽດນາມ ດ້ວຍຫຼາບຮູບການທີ່ງານບຸນວັດທະນະທຳສາກົນຕ່າງໆຢູ່ສ.ເກົາຫຼີ, ຜ່ານນັ້ນປະກອບສ່ວນຍົກສູງຄວາມຮັບຮູ້ກ່ຽວກັບວັດທະນະທຳຫຼາຍຮູບຫຼາຍແບບ, ກໍຄືໂຄສະນາກ່ຽວກັບຮູບພາບປະເທດຊາດທີ່ສວຍງາມ ແລະ ຊາວຫວຽດນາມ ເຖິງເພື່ອນມິດສາກົນ.