ວັນບຸນ“ສີສັນລະດູບານໃໝ່ໃນທົ່ວທຸກແຫ່ງຂອງປະເທດຊາດ”

ວັນບຸນ“ສີສັນລະດູບານໃໝ່ໃນທົ່ວທຸກແຫ່ງຂອງປະເທດຊາດ” - ảnh 1
(ພາບ​ປະ​ກອບ)

(vovworld) –​ ເຫດ​ການ​ປະ​ຈ​ຳ​ປີວັນ​ບຸນ “ສີ​ສັນ​ລະ​ດູ​ບານ​ໃໝ່​ໃນ​ທົ່ວ​ທຸກ​ແຫ່ງ​ຂ​ອງ​ປະ​ເທດ​ຊາດ” ຈະ​ຖືຶກ​ດຳ​ເນີນ​ໃນ​ວັນ​ທີ 12 – 15/02 (ກົງ​ກັບ​ວັນ​ທີ 05 – 08/01 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​) ຢູ່​ບ້ານ​ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວບັນ​ດາ​ເຜົ່າ​ຫວຽດ​ນາມ. ນີ້​ແມ່ນ​ເຫດ​ການ​ວັດ​ນະ​ທະ​ທຳ​ທີ​ມີ​ຄວາມ​ໝາຍ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ, ຂ່ຳ​ນັບ​ຊົ​ມ​ເຊີຍ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸ​ມ​ໃຫຍ່​ຜ​ູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ​ຂອງ​ພັກ, ຕ້ອນ​ຮັບ​ປະ​ຊາ​ຊົນ, ນັກ​ທ່ອງ​ທ່ຽວ​ມາ “ຊາຍ​ຄາ​ລວ​ມ” ຂອງ​ປະ​ຊາ​ຄົມ 54 ຊົນ​ເຜົ່​າ​ຫວຽດ​ນາມ. ປີ 2016 ນີ້, ວັນ​ບຸນ “ສີ​ສັນ​ລະ​ດູ​ບານ​ໃໝ່​ໃນ​ທົ່ວ​ທຸກ​ແຫ່ງ​ຂ​ອງ​ປະ​ເທດ​ຊາດ” ຈະ​ມີ​ການ​ເຂົ້າ​ຮ່ວມບັນ​ດາ​ເຜົ່າ​​ຜູ້ໄທ, ແຂວງ​ເຊີນ​ລາ; ເຜົ່າ​ໄຕ, ແຂວງ​ໄທ​ງວຽນ; ເຜົ່າ​ໄຢ໋, ແຂວງ​ຮ່າ​ຢາງ, ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽ​ງໃນ​ປະ​ຊາ​ຊົນ ດ້ວຍ​ບັນ​ດາ​ເນື້ອ​ໃນເຄື່ອນ​ໄຫວ​ທີ່​ອຸ​ດົ​ມ​ສົມ​ບຸນ.

ຂ່າວ/ບົດ​ອື່ນ