(VOVWORLD) -ຢູ່ນະຄອນຫຼວງວຽງຈັນຂອງລາວ, ວັດເຟິດຕິກ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ວຽງຈັນ ຈັດຕັ້ງລາຍການຕ້ອນຮັບວັນບຸນໄຫວ້ພະຈັນ ດ້ວຍຫົວຂໍ້ “ຄ່ຳຄືນວັນບຸນໄຫວ້ພະຈັນ”.
ລາຍການຟ້ອນສິງໂຕ ໃນວັນບຸນໄຫວ້ພະຈັນຢູ່ວຽງຈັນ (ພາບ: VOV) |
ວັນທີ 10 ກັນຍາ ແມ່ນວັນບຸນໄຫວ້ພະຈັນ. ເຂົ້າຮ່ວມບັນຍາກາດຕ້ອນຮັບວັນບຸນໄຫວ້ພະຈັນຂອງ ເຍົາວະຊົນໃນທຸກແຖບຖິ່ນໃນທົ່ວປະເທດ, ຊຸມວັນຜ່ານມາ, ບັນດານ້ອງນ້ອຍເຍົາວະຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ເປັນມູນເຊື້ອໃນໂອກາດວັນບຸນໄຫວ້ພະຈັນ.
ຢູ່ນະຄອນຫຼວງວຽງຈັນຂອງລາວ, ວັດເຟິດຕິກ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ວຽງຈັນ ຈັດຕັ້ງລາຍການຕ້ອນຮັບວັນບຸນໄຫວ້ພະຈັນ ດ້ວຍຫົວຂໍ້ “ຄ່ຳຄືນວັນບຸນໄຫວ້ພະຈັນ”. ໃນລາຍການ, ບັນດານ້ອງນ້ອຍໄດ້ຮັບການຟ້ອນສິງໂຕ ແລະ ບັນດາລາຍການສະແດງສິລະປະຢ່າງຟົດຟືື້ນ ໂດຍຄະນະສະແດງສິລະປະວັດເຟິດຕິກ, ບັນດານ້ອງໆນັກຮຽນຂອງໂຮງຮຽນສອງພາສາ ຫງວຽນຢູ ແລະ ນັກຮຽນໂຮງຮຽນອະນຸບານ ໂຕນກາ ສະແດງ.
ໃນບໍລິເວນສະຖານທູດ ຫວຽດນາມ ປະຈຳ ສິງກະໂປ, ຄະນະຕິດຕໍພົວພັນວົງຄະນະຍາດ ຊາວຫວຽດນາມ ສົມທົບກັບສະຖານທູດ ຈັດຕັ້ງວັນບຸນໄຫວ້ພະຈັນ 2022 ດ້ວຍການເຂົ້າຮ່ວມຂອງຄອບຄົວຊາວຫວຽດນາມ ນັບຮ້ອຍຄອບຄົວ, ພ້ອມກັບຜູ້ຕາງໜ້າບັນດາອົງການຈັດຕັ້ງປະຊາຄົມປະເທດປະຈຳຖິ່ນ ແລະ ເພື່ອນມິດສາກົນ.
ໃນຂະນະນັ້ນ, ສະຖານທູດ ຫວຽດນາມ ປະຈຳ ອາບຟຼິກກາໃຕ້ ໄດ້ຈັດຕັ້ງ ວັນບຸນໄຫວ້ພະຈັນ ໃຫ້ແກ່ບັນດານ້ອງໆເຍົາວະຊົນ ແມ່ນລູກຫຼານຂອງພະນັກງານອົງການຕາງໜ້າ ຫວຽດນາມ ແລະ ປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ເຂດນະຄອນຫຼວງ Pretoria ແລະ ນະຄອນ Johannesburg.