ວັນປະຊາກອນໂລກຮຽກຮ້ອງລົງທຶນ
ໃຫ້ເດັກນ້ອຍບໍ່ທັນຮອດກະສຽນອາຍ
(vovworld) - ຕອນເຊົ້າວັນ 9/7, ຢູ່ ຮ່າໂນ້ຍ, ກະຊວງສາທາລະນະສຸກ ໄດ່ສົມທົບກັບກອງທຶນປະຊາກອນສະຫະປະຊາຊາດປະຈຳ ຫວຽດນາມ, ຈັດຕັ້ງງານໂຮມຊຸມນຸມຕອບສະໜອງວັນປະຊາກອນໂລກ 11/7 ດ້ວຍຫົວຂໍ້ວ່າ “ການລົງທຶນໃຫ້ເດັກນ້ອຍຍິງບໍ່ທັນຮອດກະສຽນອາຍຸ“. ກ່າວຄວາມເຫັນທີ່ພິທີ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງຽນທິກິມຕ໋ຽນ ເນັ້ນໜັກວ່າ: ຫວຽດນາມພວມຜ່ານໄລຍະໂຄງປະກອບປະຊາກອນຄຳ. ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມສາມາດສ້າງແຜນການໃຫ້ໄລຍະຫັນປ່ຽນປະຊາກອນ, ໝູນໃຊ້ ໄລຍະໂຄງປະກອບປະຊາກອນຄຳ ເພື່ອພັດທະນາເສດຖະກິດ - ສັງຄົມ. ເມື່ອເຕື້ອງເຖິງຫົວຂໍ້ວັນປະຊາກອນໂລກປີນີ້ແມ່ນ “ການລົງທຶນໃຫ້ເດັກນ້ອຍບໍ່ທັນຮອດກະສຽນອາຍຸ “ນັ້ນ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງຽນທິກິມຕ໋ຽນ ໃຫ້ຮູ້ວ່າ, ຫວຽດນາມໄດ້ຮັບຮູ້ສິດຂອງແມ່ຍິງ ແລະ ໄດ້ມີການລົງທຶນດ້ານການສຶກສາ, ສາທາລະນະສຸກໃຫ້ແກ່ທຸກຄົນ. ໃນໄລຍະຈະມາເຖິງ, ຫວຽດນາມຈະສືບຕໍ່ມານະພະຍາຍາມກວ່າອີກເພື່ອຮັບປະກັນໃຫ້ເດັກນ້ອຍໄດ້ປະຕິບັດສິດຂອງຕົນ, ມີທັກສະ ແລະ ກາລະໂອກາດເພື່ອເຂົ້າຮ່ວມບັນດາການບໍລິການສາທາລະນະ ແລະ ມີວຽກເຮັດງານທຳເປັນປົກກະຕິ.
“ເມື່ອເດັກນ້ອຍໄດ້ຮັບການສຳຜັດກັບບັນດາການບໍລິການສົ່ງເສີມດ້ານການແພດ, ການສຶກສາ, ກາລະໂອກາດອາຊີບ, ວຽກເຮັດງານທຳ, ແລະໄດ້ຮັບການປ້ອງກັນຢ່າງປອດໄພ ພວກນ້ອງຈະພັດທະນາເປັນຢ່າງດີ ແລະ ມີອະນາຄົດຢ່າງສົດໃສ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ ສັງຄົມ. ກະຊວງສາທາລະນະສຸກສະເໜີໃຫ້ຄະນະພັກທຸກຂັ້ນ, ບັນດາຂະແໜງ, ອົງການຈັດຕັ້ງມະຫາຊົນຈາກຂັ້ນສູນກາງລົງຂັ້ນທ້ອງຖີ່ນມີຄວາມເອົາໃຈໃສ່, ໜູນຊ່ວຍ ແລະ ເຂົ້າຮ່ວມການໂຄສະນາສຶກສາ, ແນໃສ່ຍົກສູງຄວາມຮັບຮູ້ ແລະ ຫັນປ່ຽນການກະທຳໃນການສ້າງ ແລະ ປະຕິບັດລາຍການຕ່າງໆ ເພື່ອໃຫ້ເດັກນ້ອຍຍິງ ແລະ ເດັກນ້ອຍບໍ່ທັນຮອດກະສຽນອາຍຸ ໄດ້ຊົມໃຊ້ບັນດາສິດຂອງຕົນ, ເຮັດໃຫ້ຄວາມໄຝ່ຝັນຂອງພວກນ້ອງກ່ຽວກັບອະນາຄົດປະກົດຜົນເປັນຈິງ ແລະ ໂລກຂອງພວກເຮົາມີການປ່ຽນແປງ“.