ວັນວັດທະນະທຳຫວຽດນາມຢູ່Romeດຳເນີນໄປຢ່າງຟົດຟື້ນ
ການສະແດງແຟຊັນຂອງຫວຽດນາມ
(ພາບ: vietnamplus.vn)
(vovworld) – “ວັນວັດທະນະທຳຫວຽດນາມ ຢູ່ Rome” ຖືກດຳເນີນໄປໃນວັນທີ 24/06, ຢູ່ຫໍພິພິດຕະພັນ Mercato di Traiano, ນະຄອນຫຼວງ Rome, ປະເທດອີຕາລີ, ດ້ວຍການສະແດງແຟຊັນຂອງຫວຽດນາມ, ອີຕາລີ ແລະ ງານມະໂຫລານອາຫານການກິນຂອງຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ຫງວຽນຮ່ວາງລອງ ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາບຂອງຫວຽດນາມ ແມ່ນມານະພະຍາຍາມຈົດສຸດຄວາມສາມາດຂອງຕົນ ນຳການພົວພັນຄູ່ຮ່ວມມືມິດຕະພາບລະຫວ່າງ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທີຜົນກວ່າອີກ, ເພື່ອການພັດທະນາລວມຂອງ 2 ປະເທດ… ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ, ຄວາມສາມາດບົ່ມຊ້ອນ, ທ່າແຮງຮ່ວມມືລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນຊຸກຍູ້ການພົວພັນຮ່ວມມືກັບອີຕາລີ ໃນຫຼາຍຂົງເຂດ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ…
“ວັນວັດທະນະທຳຫວຽດນາມ ຢູ່ Rome” ແມ່ນເຫດການນອນໃນບັນດາລາຍການບັນດາຊຸມວັນຫວຽດນາມ ຢູ່ອີຕາລີ, ໂດຍສະຖານທູດຫວຽດນາມ, ສົມທົບກັບອຳນາດການປົກຄອງນະຄອນ Rome ຈັດຕັ້ງ ເພື່ອໂຄສະນາພາບພົດປະເທດຊາດ, ມະນຸດ ແລະ ວັດທະນະທຳຫວຽດນາມ ເຖິງເພື່ອນມິດອີຕາລີ ແລະ ປະເທດຕ່າງໆ.