ວັນຫວຽດນາມຢູ່ສະຖາບັນການພົວພັນສາກົນມົດສກູ,ສະຫະພັນລັດເຊຍ
ດ້ຽບແອງ,ນັກຂ່າວVOVປະຈຳສະຫະພັນລັດເຊຍ -  
ນັກສຶກສາ ລັດເຊຍ ເຂົ້າຮ່ວມວັນບຸນ
|
(vovworld) - ເປັນຄັ້ງທຳອິດ, “ວັນວັດທະນະທຳ ຫວຽດນາມ” ໄດ້ຮັບການຈັດຕັ້ງຢ່າງສົມກຽດຢູ່ສະຖາບັນການພົວພັນສາກົນ ມົດສກູ (ສະຫະພັນລັດເຊຍ) ໃນວັນທີ 8/4. ຢູ່ທີ່ນີ້ໄດ້ນຳມາວາງສະແດງພາບແຕ້ມ, ຮູບຖ່າຍ ແລະ ບາງວັດຖຸພັນທີ່ແນະນຳກ່ຽວກັບປະເທດຊາດ, ຊາວ ຫວຽດນາມ ທີ່ມີຊື່ວ່າ “ສະບາຍດີ ຫວຽດນາມ” ໂດຍບັນດານັກສຶກສາ ຫວຽດນາມ ສົມທົບກັບສູນ ອາຊຽນ ຂຶ້ນກັບສະຖາບັນຈັດຕັ້ງໄດ້ດຶງດູດຄວາມສົນໃຈຈາກແຂກເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ຄຽງຄູ່ກັນນັ້ນ, ກອງປະຊຸມສຳມະນາກ່ຽວກັບ ຫວຽດນາມ ກໍ່ໄດ້ຈັດຕັ້ງຂຶ້ນໂດຍແນະນຳລະອຽດກ່ວາກ່ຽວກັບປະເທດຊາດ, ຊາວ ຫວຽດນາມ, ບັນດາຈຸດທີ່ເປັນເອກະລັກສະເພາະ, ບັນດາຄວາມສາມາດບົ່ມຊ້ອນເພື່ອຊຸກຍູ້ໃນການພົວພັນລັດເຊຍ - ຫວຽດນາມ.
ມີສ່ວນໜຶ່ງທີ່ດູດດື່ມ ແລະ ຂາດບໍ່ໄດ້ໃນ “ວັນວັດທະນະທຳ ຫວຽດນາມ” ຢູ່ສະຖາບັນພົວພັນສາກົນ ມົດສກູ (ສະຫະພັນລັດເຊຍ) ນັ້ນແມ່ນລາຍການວັດທະນະທຳ, ສິລະປະ, ອາຫານການກິນທີ່ມີຊີວິດຊີວາ. ສາດສະດາຈານ Victor Sumxki, ຜູ້ອຳນວຍການສູນ ອາຊຽນຂອງ ສະຖາບັນ, ຢັ້ງຢືນວ່າ:
“ພວກຂ້າພະເຈົ້າເຄີຍຈັດຕັ້ງບັນດາການເຄື່ອນໄຫວນີ້ເພື່ອໃຫ້ບັນດານັກສຶກສາ ລັດເຊຍ ພ້ອມກັບນັກສຶກສາປະເທດອື່ນໆຊອກຮູ້ບັນດາຈຸດທີ່ເປັນເອກະລັກສະເພາະຂອງຫຼາຍປະເທດ. ຄືພວກເພື່ອນໄດ້ຮູ້ແລ້ວວ່າ, ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດ ຫວຽດນາມ ພວມໄດ້ນຳມາແນະນຳຢູ່ນີ້ແມ່ນປະທັບໃຈຫຼາຍ. ການເຄື່ອນໄຫວທັງໝົດລ້ວນແຕ່ມີການຮ່ວມແຮງຮ່ວມໃຈຂອງນັກສຶກສາຂອງສະຖາບັນ, ແຕ່ໃນການເຄື່ອນໄຫວມື້ນີ້ມີການປະກອບສ່ວນອັນໃຫຍ່ຫຼວງຂອງ ນັກສຶກສາ ຫວຽດນາມ. ເມື່ອພ້ອມກັນຈັດຕັ້ງການເຄື່ອນໄຫວນີ້ເປັນຢ່າງດີ, ໃນອະນາຄົດເຂົາເຈົ້າຈະສົມທົບກັນເຮັດວຽກເປັນຢ່າງດີກ່ວາອີກ.”
ດ້ຽບແອງ,ນັກຂ່າວVOVປະຈຳສະຫະພັນລັດເຊຍ