(ວັນອາຊຽນ ຢູ່ມົດສກູ ສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງ)
(vovworld) - ຕອນບ່າຍວັນທີ 18 ກັນຍາ, ຢູ່ນະຄອນຫຼວງມົດສກຸ, ສະຫະພັນລັດເຊຍ, ເອກອັກຄະລັດຖະທູດຂອງ 10 ປະເທດສະມາຊິກອາຊຽນ ປະຈຳສະຫະພັນລັດເຊຍ ໄດ້ສົມທົບກັນຈັດຕັ້ງ “ວັນອາຊຽນ” ແລະ ງານລ້ຽງ ເພື່ອສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງຄືວັນທີ 08 ສິງຫາ 1976 – 08 ສິງຫາ 2013. ທີ່ການພົບປະມີແຂກຖືກເຊີນເຊິ່ງແມ່ນການນຳກະຊວງການຕ່າງປະເທດ, ພ້ອມກັບບັນດາກະຊວງ, ຂະແໜງການອື່ນໆຂອງລັດເຊຍ ແລະ ບັນດາສະຖານທູດຂອງປະເທດອື່ນ, ບັນດາອົງການຈັດຕັ້ງສາກົນປະຈຳສະຫະພັນລັດເຊຍ. ກ່າວຄຳເຫັນທີ່ພິທີ, ທ່ານນາງເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສິງກະໂປ ປະຈຳສະຫະພັນລັດເຊຍ, ປະທານຄະນະກຳມະການອາຊຽນ - ມົດສກຸ Lim Kheng Hua ໄດ້ທົບທວນຄືນບັນດາຂີດໝາຍທີ່ໜ້າຈົດຈຳແຫ່ງໄລຍະພັດທະນາຂອງປະຊາຄົມອາຊີຕາເວັນອອກສ່ຽງໃຕ້ ໃນຕະຫຼອດ 46 ປີຜ່ານມາ. ທ່ານນາງ Lim Kheng Hua ຢືນຢັນບົດບາດທີ່ໃຫຍ່ຫຼວງຂອງອາຊຽນ ໃນການກໍ່ສ້າງ ແລະ ພັດທະນາພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ມຸ່ງໄປເຖິງປະຊາຄົມອາຊຽນ ໃນປີ 2015. ທ່ານ Alexandro Ivanov, ເອກອັກຄະລັດຖະທູດພິເສດຂອງກະຊວງການຕ່າງປະເທດລັດເຊຍ, ຫົວໜ້າຄະນະພັດທະນາການພົວພັນທາງການຄ້າລັດເຊຍ - ອາຊຽນ ເນັ້ນໜັກເຖິງຜົນງານບາງຢ່າງໃນການພົວພັນຮ່ວມມືລະຫວ່າງລັດເຊຍ - ອາຊຽນ ແລະ ຢືນຢັນວ່າ ການພົວພັນລະຫວ່າງອາຊຽນ - ລັດເຊຍ ຈະນັບມື້ນັບພັດທະນາ, ປະກອບສ່ວນສຳຄັນໃນພາກພື້ນນີ້ ແລະ ໃນທົ່ວພາກພື້ນອາຊີ - ປາຊີຝິກ.