ວັນເດັກຍິງສາກົນ

(VOVWORLD) - ວັນທີ 11 ຕຸລາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງປະຊາຄົມສາກົນ 

ຈົ່ງມີບັນດາຄວາມມານະພະຍາຍາມຢ່າງລະອຽດ ເພື່ອຊ່ວຍເຫຼືອເດັກຍິງ 600 ລ້ານຄົນທີ່ຢູ່ໃນເກນອາຍຸບໍ່ເຖິງກະສຽນໃນທົ່ວໂລກ ຄວນເສີມຂະຫຍາຍຈົນສຸດຄວາມສາມາດຂອງຕົນ. ໃນຖະແຫຼງການສະເຫຼີມສະຫຼອງວັນເດັກຍິງສາກົນ, ທ່ານ Antonio Guterres ໃຫ້ຮູ້ວ່າ: ປັດຈຸບັນພວມມີ “ຮົ້ວກີດຂວາງຫລາຍຢ່າງ”, ໃນນັ້ນ ມີທ່າທີອະຄະຕິ “ຈຳແນກການປະພຶດຢ່າງມີລະບົບ ແລະ ສະພາບການບໍ່ໄດ້ຮ່ຳຮຽນ, ພວມເປັນຮົ້ວກີດຂວາງບັນດາເດັກຍິງຫລາຍທີ່ສຸດໃນປະຫວັດສາດມວນມະນຸດ.

        ທ່ານເລຂາທິການໃຫຍ່ໄດ້ຍົກອອກສະພາບຕົວຈິງວ່າ ເດັກຍິງ “ບໍ່ໄດ້ຮັບກາລະໂອກາດ ແລະ ການຊ່ວຍເຫຼືອທີ່ຈຳເປັນເພື່ອເສີມຂະຫຍາຍຈົນສຸດຄວາມສາມາດຂອງຕົນເປັນປະຈຳ”. ທ່ານ Antonio Guterres ໃຫ້ຮູ້ວ່າ: ຍ້ອນອະຄະຕິເດີມທີ່ຖືວ່າ ບັນດາວິຊາວິທະຍາສາດ, ເຕັກໂນໂລຊີ, ເຕັກນິກ ແລະ ຄະນິດສາດບໍ່ເໝາະສົມກັບເດັກຍິງນັບແຕ່ຊຸມປີຮຽນຢູ່ຊັ້ນມັດທະຍົມ ໄດ້ ແລະ ພວມກໍ່ຜົນຮ້າຍພໍສົມຄວນ ເຮັດໃຫ້ເດັກຍິງມີຄວາມລະແວງສົງໄສກ່ຽວກັບຄວາມສາມາດບົ່ມຊ້ອນຂອງຕົນ. ດັ່ງນັ້ນ, ທ່ານເລຂາທິການໃຫຍ່ Antonio Guterres ຈຶ່ງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງການສຶກສາໃຫ້ພວກນ້ອງມີບັນດາທັກສະທີ່ຕັດສິນເຖິງຜົນສຳເລັດໃນພາລະກິດພາຍພາກໜ້າ. ທ່ານກໍ່ໃສ່ໃຈວ່າ ບັນດາຄວາມສາມາດຄື: ຄວາມນຶກຄິດ Logic, ການປະດິດຄິດສ້າງ ແລະ ຄວາມຮັບຮູ້ກ່ຽວກັບເຕັກໂນໂລຊີດີຈີຕອນ ຈະແມ່ນປັດໄຈສຳຄັນໃນກຳລັງການອອກແຮງງານໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ