ວິສາຫະກິດ ພາຍໃນປະເທດເພີ່ມລະດັບຄວາມໄວ, ສົ່ງອອກສິຄ້າດ້ວຍມູນຄ່າເກືອບ 60 ຕື້ USD ພາຍຫຼັງ 9 ເດືອນ ປີ 2019
(VOVWORLD) - ຕາມກະຊວງອຸດສາຫະກຳ ແລະ ການຄ້າ, ໄລ່ຮອດທ້າຍໄຕມາດທີ III/2019 ການສົ່ງອອກຂອງກຸ່ມວິສາຫະກິດທີ່ມີເງິນລົງທຶນພາຍໃນປະເທດ 100% ຄາດຄະເນວ່າບັນລຸໄດ້ເກືອບ 60 ຕື້ USD, ເພີ່ມຂຶ້ນເຖິງ 16,4%ເມືອທຽບໃສ່ໄລຍະດຽວກັນຂອງປີ 2018.
ວິສາຫະກິດ ພາຍໃນປະເທດ ສົ່ງອອກເກືອບ 60 ຕື້ USD ພາຍຫຼັງ 9 ເດືອນຕົ້ນປີ 2019(ພາບ: Vietnam+)
|
ໝາກຜົນນີ້ລື່ນກາຍລະດັບເພີ່ມຂຶ້ນ 5%ຂອງຂົງເຂດທີ່ມີເງິນລົງທຶນຈາກຕ່າງປະເທດ. ປະເພດສິນຄ້າທີ່ຂຶ້ນກັບກຸ່ມອຸດສາຫະກຳນີ້ຕົ້ນຕໍແມ່ນກຳລັງໜູນໃນການເຕີບໂຕຂອງ ກຸ່ມວິສາຫະກິດພາຍໃນປະເທດ. ດ້ວຍໝາກຜົນນີ້, ອັດຕາສ່ວຍຂອງເຂດເສດຖະກິດພາຍໃນປະເທດສືບຕໍ່ມີທ່າອ່ຽງເພີ່ມຂຶ້ນ, ກວມເອົາເກືອບ31% ຍອດວົງເງິນສົ່ງອອກ.