ວິສາຫະກິດຕັ້ງຫນ້າຫນູນຊ່ວຍຊາວປະມົງຫາປາໄກຝັ່ງ
ຜູ້ຕາງຫນ້າ BIDV ມອບເງິນຊ່ວຍເຫລືອຊາວປະມົງ
|
(vovworld)- ຕອນບ່າຍວັນທີ 3/6, ຄະນະກຳມະການປະຊາຊົນແຂວງ ກວ໋າງຫງາຍ ແລະ ທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ຈັດຕັ້ງການພົບປະສົນທະນາ ຜັນຂະຫຍາຍໂຄງການສິນເຊື່ອ ຂຸດຄົ້ນສິນທະເລຢູ່ໄກຝັ່ງ ປີ 2014. BIDV ໄດ້ກະກຽມບ້ວງສິນເຊື່ອ 3000 ຕື້ດົ່ງ ໃຫ້ແກ່ຊາວປະມົງເພື່ອຫາປາໄກຝັ່ງ. ນອກນັ້ນ BIDV ຍັງໃຫ້ຊາວປະມົງກູ້ຢືມທຶນເຄື່ອນທີ່ເມື່ອໄປ ຫາປາໄກຝັ່ງໃນແຕ່ລະຄັ້ງ ພ້ອມທັງຫນູນຊ່ວຍວິສາຫະກິດກູ້ຢືມທຶນເພື່ອຕໍ່ກຳປັ່ນພະລາທິການ ຫລື ຕໍ່ກຳປັ່ນໃຫ້ຊາວປະມົງເຊົ່າ. ທ່ານຟ້າມກວາງຕູງ, ຮອງຜູ້ອຳນວຍການໃຫຍ່ BIDV ໃຫ້ຮູ້ວ່າ:
“ລາຍການໄດ້ສຸມໃສ່ບຸລິມະສິດໃຫ້ກູ້ຢືມທຶນເພື່ອຕໍ່ກຳປັ່ນເຫລັກ ແລະ ວັດສະດຸໃຫມ່,ລວມມີ ຕໍ່ກຳປັ່ນລຳໃຫມ່,ຊື້ໃຫມ່ ເພື່ອຫາປາຢູ່ໄກຝັ່ງ ແລະ ປະຕິບັດວຽກງານພະລາທິການບົນທະເລ. ຄາດວ່າ ອັດຕາດອກເບ້ຍ ແຕ່ 2-3%/ປີ. ສຳລັບກໍລະນີຕໍ່ກຳປັ່ນລຳໃຫມ່ BIDV ຄາດວ່າ ປີທຳອິດ ອັດຕາດອກເບ້ຍແມ່ນ 0%.”