ວິສາຫະກິດສິງກະໂປຕີລາຄາ:ຫວຽດນາມແມ່ນສະຖານທີ່ລົງທຶນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ

ວິສາຫະກິດສິງກະໂປຕີລາຄາ:ຫວຽດນາມແມ່ນສະຖານທີ່ລົງທຶນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ - ảnh 1
ພາບປະກອບ:internet


(vovworld) - ດຣ Admad Md Magrad, ຮອງ​ປະທານ​ກຸ່ມ​ວິ​ສາ​ຫະກິດ ອາ​ຊຽນ ຂຶ້ນ​ກັບ​ສະຫະ​ສະມາຄົມ​ຜະລິດ​ ສິງກະ​ໂປ(SMF) ​ເນັ້ນ​ຫນັກ​ວ່າ: ບັນດາ​ນັກ​ລົງທຶນ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອາດ​ຈະ​ຖື ຫວຽດນາມ ​ແມ່ນ​ສະຖານ​ທີ່​ລົງທຶນ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ລົງທຶນ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຜະລິດ. ກ່າວ​ຄຳ​ເຫັນ​ຢູ່​ນອກ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ: “ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ” ​ໂດຍ SMF ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 11/3 ຢູ່ ສິງ​ກະ​ໂປ, ດຣ Admad ຊີ້​ແຈ້ງວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກົດໝາຍ​ຂອງ​ຫວຽດນາມ ​ທີ່ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ໄດ້​ຮັບ​ການ​ປັບປຸງ ​ແລະ ສະດວກ​ທີ່​ສຸດ​ໃຫ້​ແກ່​ການ​ດຳ​ເນີນ​ທຸລະ​ກິດ. ຍ້ອນ​ມີ​ການ​ປັບປຸງ​ດັ່ງກ່າວ, ຫວຽດນາມ ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ການ​ລົງທຶນ, ພິ​ເສດ ​ແມ່ນ​ສ້າງ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຜະລິດ. ທ່ານ Low Beng Tin, ຮອງ​ປະທານ​ຮ່ວມ​ ກຸ່ມ​ວິ​ສາ​ຫະກິດ ອາ​ຊຽນ ຂຶ້ນ​ກັບ SMF ​ໄດ້​ເນັ້ນ​ຫນັກ​ວ່າ: ​ໃນ​ໄລຍະ​ຍາວ, ການ​ດຳ​ເນີນ​ທຸລະ​ກິດ ຢູ່ ຫວຽດນາມ ​ແມ່ນ​ດີ​ສຸດ. ທ່ານ ຍັງ​ຢືນຢັນ​ວ່າ: SMF ຈະ​ສະຫນອງ​ຂໍ້​ມູນ​ຂ່າວສານ​ເປັນ​ປະຈຳ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ສິງກະ​ໂປ ​ທີ່​ຢາກ​ລົງທຶນ​ເຂົ້າ​ ຫວຽດນາມ.

 

ຂ່າວ/ບົດ​ອື່ນ