ພາບປະກອບ
|
(vovworld) - ຕາມກົມຄຸ້ມຄອງການຈົດທະບຽນດຳເນີນທຸລະກິດ, ຂຶ້ນກັບກະຊວງແຜນການ ແລະ ການລົງທຶນແລ້ວ, ໃນປີ 2016, ຍອດຈຳນວນວິສາຫະກິດສ້າງຕັ້ງໃໝ່ ແລະ ວິສາຫະກິດກັບຄືນສູ່ການເຄື່ອນໄຫວໃນທົ່ວປະເທດບັນລຸເກືອບ 140.800 ແຫ່ງ, ໃນນັ້ນມີວິສາຫະກິດກ່ວາ 110.000 ແຫ່ງໄດ້ສ້າງຕັ້ງໃໝ່. ຈຳນວນເງິນຈົດທະບຽນເກືອບ 900.000 ຕື້ດົ່ງ, ເພິ່ມຂຶ້ນທັງດ້ານຈຳນວນວິສາຫະກິດ ແລະ ຈຳນວນທຶນຈົດທະບຽນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນີ້ແມ່ນຈຳນວນວິສາຫະກິດເພີ່ມຂຶ້ນສູງບັນລຸລະດັບສະຖິຕິນັບແຕ່ກ່ອນມາຮອດປະຈຸບັນ ແລະ ເປັນຄັ້ງທຳອິດທີ່ ຫວຽດນາມ ມີວິສາຫະກິດກ່ວາ 100.000 ແຫ່ງສ້າງຕັ້ງໃນເວລາໜຶ່ງປີ.
ຕາມທ່ານ ຫວູຕ໋ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມແລ້ວ, ຈຳນວນວິສາຫະກິດໄດ້ຮັບການສ້າງຕັ້ງໃໝ່ ແລະ ກັບຄືນສູ່ການດຳເນີນທຸລະກິດເພີ່ມຂຶ້ນຢ່າງແຮງແມ່ນໝາກຜົນຂອງບັນດາການຊີ້ນຳ, ການກຳນົດທິດຂອງລັດຖະບານໃນປີ 2016, ໄດ້ຫັນເປັນລະອຽດຢູ່ບັນດາຂັ້ນ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ:
“ລັດຖະບານໄດ້ເລີ່ມເຄື່ອນໄຫວໂຄງການກະທຳແທດຈິງທີ່ສຸດເພື່ອໜູນຊ່ວຍໃຫ້ແກ່ການພັດທະນາຂອງວິສາຫະກິດ. ດ້ວຍບັນດາການເຄື່ອນໄຫວຕັ້ງໜ້າຄືແນວນັ້ນ, ຄວາມເຊື່ອໝັ້ນຂອງປະຊາຊົນ ແລະ ວິສາຫະກິດກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດພວມໄດ້ຮັບການເຄື່ອນໄຫວ. ປີນີ້ ແມ່ນປີທຳອິດທີ່ພວກເຮົາມີຈຳນວນວິສາຫະກິດໄດ້ຮັບການສ້າງຕັ້ງໃໝ່ຫຼາຍທີ່ສຸດ ແລະ ບັນດາດັດຊະນີການຈັດອັນດັບກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ກຳລັງຄວາມສາມາດແກ່ງແຍ້ງຕາມການຈັດອັນດັບຂອງທະນາຄານໂລກ ແລະ ຂອງເວທີປາໄສເສດຖະກິດໂລກລ້ວນແຕ່ເພີ່ມຂຶ້ນ. ສຳຄັນທີ່ສຸດແມ່ນຄວາມໄວ້ວາງໃຈ ຕໍ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງປະຊາຊົນເຄື່ອນໄຫວ ແລະ ວິສາຫະກິດມີຄວາມໄດ້ກັບຄືນມາ ແລະ ວິສາຫະກິດຫ້າວຫັນຢາກລົງທຶນເຂົ້າໃນການຜະລິດ, ດຳເນີນທຸລະກິດ.”