ວິສາຫະກິດຫັນເປັນດີຈີຕອນໂດຍອີງໃສ່ພື້ນຖານ Make in Vietnam

(VOVWORLD) - ຈຸດປະສົງຂອງໂຄງການແມ່ນຮອດປີ 2025, ຈະມີ 100% ວິສາຫະກິດ ໄດ້ຮັບການຍົກສູງສະຕິຄວາມຮັບຮູ້ກ່ຽວກັບການຫັນເປັນດີຈີຕອນ. 
ວິສາຫະກິດຫັນເປັນດີຈີຕອນໂດຍອີງໃສ່ພື້ນຖານ Make in Vietnam - ảnh 1ວິສາຫະກິດຫັນເປັນດີຈີຕອນໂດຍອີງໃສ່ພື້ນຖານ Make in Vietnam 

  ຕອນເຊົ້າວັນທີ 15 ທັນວາ, ເວທີປາໄສຂັ້ນສູງເຕັກໂນໂລຊີຖະແຫຼງຂ່າວ ແລະ ສື່ສານ - ວັນຫັນເປັນດີຈີຕອນ ຫວຽດນາມ 2020, ສືບຕໍ່ດຳເນີນບັນດາກອງປະຊຸມຫົວເລື່ອງສະເພາະ, ແບ່ງປັນບົດຮຽນຫັນເປັນດີຈີຕອນໃນບັນດາຂົງເຂດຄື ການເງິນທະນາຄານ, ສາທາລະນະສຸກ ແລະ ສຸມໃສ່ປຶກສາຫາລືກ່ຽວກັບວິທີການຫັນເປັນດີຈີຕອນໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ. ຈຸດປະສົງຂອງໂຄງການແມ່ນຮອດປີ 2025, ຈະມີ 100% ວິສາຫະກິດ ໄດ້ຮັບການຍົກສູງສະຕິຄວາມຮັບຮູ້ກ່ຽວກັບການຫັນເປັນດີຈີຕອນ. ທ່ານນາງ ຫງວຽນທິເລະກວຽນ ສັງກັດກົມພັດທະນາວິສາຫະກິດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຊີ້ແຈ້ງວ່າ:

        “ປະຈຸບັນ ພວກຂ້າພະເຈົ້າໄດ້ເປີດເວັບໄຊ ດ້ວຍລະຫັດ digital.business.gov.vn. ເວັບໄຊດັ່ງກ່າວ ແມ່ນຊ່ອງຂໍ້ມູນຂ່າວສານ, ເພື່ອໃຫ້ພວກຂ້າພະເຈົ້າແນະນຳບັນດາຄວາມຮູ້ກ່ຽວກັບການຫັນເປັນດີຈີຕອນ, ສະໜອງຄວາມຮູ້ການບຳລຸງສ້າງ, ການເຄື່ອນໄຫວຂອງໂຄງການ ແລະ ເຊື່ອມຕໍ່ບັນດາວິສາຫະກິດທີ່ມີຄວາມຕ້ອງການຫັນເປັນດີຈີຕອນ ແລະ ບັນດາວິສາຫະກິດສະໜອງມາດຕະການຫັນເປັນດີຈີຕອນທີ່ຈົດທະບຽນຢູ່ເວັບໄຊດັ່ງກ່າວ.

        ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຖືວ່າ: ສຳລັບວິສາຫະກິດຂະໜາດກາງ ແລະ ນ້ອຍ ເມື່ອຫັນເປັນດີຈີຕອນ ຄວນນຳໃຊ້ເຕັກໂນໂລຊີດີຈີຕອນຄືດັ່ງການບໍລິການ, ໂດຍຜ່ານການນຳໃຊ້ບັນດາພື້ນຖານເວັບໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ