Crowne Plaza Vientiane
ກຸ່ມໂຮງແຮມ 5 ດາວ
ພາບ:baomoi.com
|
(vovworld)- ພິທີເຊັນສັນຍາອຸປະຖຳສິນເຊື່ອໃຫ້ແກ່ໂຄງການກຸ່ມໂຮງແຮມ 5 ດາວ ແລະ ຫ້ອງການລະຫວ່າງບໍລິສັດ ລົງທຶນພັດທະນາ ວຽງຈັນ ແລະ ທະນາຄານອຸປະຖຳທຶນ 2 ແຫ່ງ ນັ້ນແມ່ນ ທະນາຄານລົງທຶນ ແລະ ພັດທະນາ ຫວຽດນາມ(BIDV) ແລະ LaoVietBank ດຳເນີນໄປໃນຕອນບ່າຍວັນທີ 14/1 ຢູ່ ວຽງຈັນ.
ຕາມສັນຍາດັ່ງກ່າວແລ້ວ, BIDV ແລະ LaoVietBank ຈະໃຫ້ບໍລິສັດລົງທຶນພັດທະນາວຽງຈັນ ກູ້ຢືມຈຳນວນເງິນ 35 ລ້ານ USD ໃນຍອດລະດັບເງິນລົງທຶນ 62 ລ້ານ USD ຄາດວ່າຈະລົງທຶນໃຫ້ໂຄງການດັ່ງກ່າວ. ພາຍຫລັງພິທີເຊັນສັນຍາອຸປະຖຳທຶນແລ້ວ, ໃນວັນດຽວກັນ ກໍດຳເນີນພິທີເຊັນສັນຍາປະກັນໄພທຸກຄວາມສ່ຽງໃນການກໍ່ສ້າງ ລະຫວ່າງ ບໍລິສັດລົງທຶນພັດທະນາວຽງຈັນ ແລະ ບໍລິສັດປະກັນໄພລາວຫວຽດ(LVI). ກ່າວຄຳເຫັນນະພິທີ, ທ່ານ ເຈີນລູກລາງ, ຮອງຜູ້ອຳນວຍການໃຫຍ່ BIDV ຢືນຢັນວ່າ: ພິທີລົງນາມແມ່ນສະແດງໃຫ້ເຫັນບົດບາດ ແລະ ຄຳໝັ້ນສັນຍາຂອງ BIDV ແລະ LaoVietBank ໃນການສືບຕໍ່ຍູ້ແຮງການລົງທຶນຂອງບັນດາວິສາຫະກິດຫວຽດນາມ ໄປຍັງລາວ.