ວິສາຫະກິດຫວຽດນາມເຂົ້າຮ່ວມງານຕະຫຼາດນັດSAITEX-ອາບຟະຣິກາໃຕ້ 2015

ວິສາຫະກິດຫວຽດນາມເຂົ້າຮ່ວມງານຕະຫຼາດນັດSAITEX-ອາບຟະຣິກາໃຕ້ 2015 - ảnh 1
ຄະນະວິສາຫະກິດ ຮ່າໂນ້ຍ ເຂົ້າຮ່ວມງານ​ຕະຫຼາດນັດ​
ການ​ຄ້າ​ສາກົນ SAITEX 2015
(ພາບ:nhandan.com.vn)

(vovworld) –  ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ SAITEX ຄັ້ງ​ທີ 22 ​ໄດ້​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 21-23/6 ຢູ່​ນະຄອນ Johannesburg ຂອງ​ອາບ​ຟະຣິກາ​ໃຕ້ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ກວ່າ 1.000 ​ແຫ່ງ​ທີ່​ມາ​ຈາດ 39 ປະ​ເທດ, ​ໃນ​ນັ້ນ​ມີ ຫວຽດນາມ. ສະຫະ​ສະມາຄົມ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ຮ່າ​ໂນ້ຍ ​ໄດ້​ເປີດ​ຮ້ານວາງສະ​ແດງ 3 ຮ້ານ​ຢູ່​ງານ​ຕະຫຼາດນັດ SAITEX- ອາບ​ຟະຣິກາ​ໃຕ້ ປີ 2015 ​ເພື່ອ​ແນະນຳ​ຜະລິດ​ຕະພັນ​ຂອງ​ວິ​ສາ​ຫະກິດ 20 ​ແຫ່ງ ທີ່​ມີ​ທ່າ​ແຮງ​ຂອງ​ ຮ່າ​ໂນ້ຍ ​ແລະ ບາງ​ທ້ອງ​ຖິ່ນ. ບັນດາ​ຮ້ານ​ວາງສະ​ແດງ​ຂອງ ຫວຽດນາມ ​ໄດ້​ດຶງ​ດູດ​ກ່ວາ 200 ນັກ​ນຳ​ເຂົ້າ​ຢູ່ ອາບ​ຟະຣິກາ​ໃຕ້   ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ທີ່​ມາ​ຊອກ​ຮູ້ ກ່ຽວ​ກັບ​ຄຸນ​ນະພາ​ບ, ລາຄາ, ບັນດາ​ລະບຽບ​ການ​ສົ່ງ​ອອກ​ຂອງ ຫວຽດນາມ. ທ່ານ ​ເລ​ຮຸຍ​ຮ່ວາງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອາບ​ຟະຣິກາ​ໃຕ້, ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຖານທູດ​ຫວຽດນາມ ຈະ​ສືບ​ຕໍ່​ຮຽງ​ບ່າ​ຮຽງ​ໄຫຼ່ພ້ອມ​ກັບ​ວິ​ສາ​ຫະກິດ ຫວຽດນາມ, ໜູນ​ຊ່ວຍ​ດ້ານ​ຂໍ້​ມູນ​ຂ່າວສານ ກ່ຽວ​ກັບ​ຕະຫຼາດ,​ ຊ່ວຍ​ເຊື່ອມ​ຈອດ​ກັບ​ບັນດາ​ວິ​ສາ​ຫະກິດ ອາບ​ຟະຣິກາ…ບັນດາ​ວິ​ສາ​ຫະກິດ​ກໍ​ຄວນ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຫັນ​ຜະລິດ​ຕະພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຕັ້ງໜ້າ​ຄົ້ນ​ຄ້ວາ​ຄວາ​ມຕ້ອງການ ​ແລະ ຄວາມ​ນິຍົມ​ຂອງ​ຕະຫຼາດ ອາບ​ຟະຣິກາ​ໃຕ້.

ຂ່າວ/ບົດ​ອື່ນ