ວິສາຫະກິດຫວຽດນາມເຊື່ອມໂຍງເພື່ອພັດທະນາ

ວິສາຫະກິດຫວຽດນາມເຊື່ອມໂຍງເພື່ອພັດທະນາ - ảnh 1
(ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ ພົບ​ປະກັບ
​ບັນດາ​ວິ​ສາ​ຫະກິດ​ດີ​ເດັ່ນນະຄອນ ​ໂຮ່ຈີ​ມິນ)

(vovworld) ຕອນ​ບ່າຍ​ວັນ​ທີ 13/10, ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ພົບ​ປະກັບ​ບັນດາ​ວິ​ສາ​ຫະກິດ​ດີ​ເດັ່ນນະຄອນ ​ໂຮ່ຈີ​ມິນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ້ຈ້ອງ ຖື​ວ່າ: ພ້ອມ​ກັບ​ເລື່ອງ ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ 2 ຝ່າຍ, ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ໄດ້​ວາງ​ອອກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ແມ່ນ​ໃຫຍ່​ຫລວງ. ສິ່ງ​ນີ້​ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ, ຖັນ​ແຖວນັກທຸລະກິດ​ຕ້ອງ​ສົມທົບ​ກັບ​ລັດ ​ເພື່ອ​ກຳ​ແໜ້ນ​ກາລະ​ໂອກາດ, ຜ່ານ​ຜາ​ສິ່ງ​ທ້າ​ທາຍ, ນຳ​ມາ​​​ເຊິ່ງ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ອັນ​ໃຫຍ່​ຫລວງໃຫ້​ປະ​ເທດ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ. ພ້ອມ​ກັນ​ນັ້ນ ວິ​ສາ​ຫະກິດ ຫວຽດນາມ ຕ້ອງ​ກຳນົດ​ແຈ້ງ​ບົດບາດ, ທີ່​ຕັ້ງ​ຂອງ​ຕົນ​ໃນ​ວິວັດທະນາ​ການ​ພັດທະນາ​ປະ​ເທດ​ຊາດ, ສ້າງ​ສີສັນ​ຂອງ​ນັກທຸລະກິດ ​ແລະ ວິ​ສາ​ຫະກິດ ຫວຽດນາມ.

ຂ່າວ/ບົດ​ອື່ນ