ວິສາຫະກິດຫຼາຍແຫ່ງຕີລາຄາວ່າທ່າອ່ຽງການຜະລິດດຳເນີນທຸລະກິດໃນໄຕມາດທີ 1 ປີ 2019 ຈະດີຂຶ້ນ

(VOVWORLD) -ຕາມໝາກຜົນການສຳຫຼວດຂອງກົມໃຫຍ່ສະຖິຕິກ່ຽວກັບສະພາບການດຳເນີນທຸລະກິດຂອງບັນດາວິສາຫະກິດຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງໃນໄຕມາດທີ 1 ປີ 2019 ໄດ້ຊີ້ໃຫ້ເຫັນວ່າ

ມີວິສາຫະກິດກວ່າ 47% ຮັບການຕີລາຄາວ່າ ມີທ່າອ່ຽງດີຂຶ້ນ; ມີວິສາຫະກິດເກືອບ 15% ຄາດຄະເນວ່າຈະປະສົບກັບຄວາມຫຍຸ້ງຍາກກວ່າ ແລະ ເກືອບ 38% ຖືວ່າ ສະພາບການຜະລິດດຳເນີນທຸລະກິດຈະມີສະຖຽນລະພາບເມື່ອທຽບໃສ່ໄຕມາດທີ 4 ປີ 2018.

        ເພື່ອສ້າງເງື່ອນໄຂໃຫ້ບັນດາເຂດວິສາຫະກິດພັດທະນາ, ທ່ານຫົວໜ້າກົມໃຫຍ່ສະຖິຕິຫວຽດນາມ ຫງວຽນບິກເລີມ ສະເໜີວ່າ ຄວນສຸມໃສ່ກວດກາ, ເພີ່ມເຕີມ ແລະ ສ້າງລະບອບລະບຽບການໃຫ້ສົມບູນແບບ, ຍູ້ແຮງການປະຕິຮູບການບໍລິຫານ, ສ້າງສະພາບແວດລ້ອມທີ່ອຳນວຍສະດວກໃຫ້ແກ່ວິສາຫະກິດສ້າງຕັ້ງ ແລະ ພັດທະນາ. ພ້ອມກັນນັ້ນ, ມີນະໂຍບາຍ ແລະ ມາດຕະການແກ້ໄຂທີ່ເໝາະສົມເພື່ອສົ່ງເສີມບັນດາຮາກຖານດຳເນີນທຸລະກິດເອກະເທດຫັນມາເປັນວິສາຫະກິດ…

ຕອບກັບ

ຂ່າວ/ບົດ​ອື່ນ