ວິສາຫະກິດອີຢູມີການຕີລາຄາຕັ້ງໜ້າກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ ວັນພະຫັດ ທີ 21 ກໍລະກົດ ຄ.ສ. 2016 | 17:19:50 VCCI ແລະ EuroCham ເຊັນສັນຍາຮ່ວມມືປ່ຽນໃໝ່ເວທີປາໄສວິສາຫະກິດ ຫວຽດນາມ - ເອີລົບ (ພາບ: enternews.vn) (vovworld) – ວັນທີ 21/7, ສະຫະສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ (EuroCham) ປະກາດໝາກຜົນແຫ່ງການສຳຫຼວດດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດໄຕມາດທີ 2 ປີ 2016. ຕາມນັ້ນແລ້ວ, ມີວິສາຫະກິດ 66,7% ຕີລາຄາ “ດີຫຼາຍ” ແລະ “ດີ”. ຕາມ EuroCham ແລ້ວ, ບັນດາຕົວເລກນີ້ໄດ້ສະແດງໃຫ້ເຫັນສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງບັນດາວິສາຫະກິດເອີລົບ ໃນໄຕມາດບັນລຸໝາກຜົນດີ, ພ້ອມກັນນັ້ນ, ປະຊາຄົມວິສາຫະກິດສະມາຊິກ EuroCham ມີການຕີລາຄາຕັ້ງໜ້າຫຼາຍຢ່າງ ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານ Michael Behrens, ປະທານ EuroCham, ໃຫ້ຮູ້ວ່າບັນດາໝາກຜົນຂອງໄຕມາດທີ 2 ປີ 2016 ສະແດງໃຫ້ເຫັນວ່າວິສາຫະກິດ ເອີລົບ ຕັ້ງຄວາມຫວັງຢ່າງຕັ້ງໜ້າໃນອະນາຄົດໃກ້ໆ ແລະ ມີຄວາມເພິ່ງພໍໃຈສຳລັບສະພາບການດຳເນີນທຸລະກິດຢູ່ ຫວຽດນາມ ໃນປະຈຸບັນ. ວິສາຫະກິດສະມາຊິກ EuroCham ຮັກສາທັດສະນະຕັ້ງໜ້າສຳລັບຕະຫຼາດ ຫວຽດນາມ ແລະ ບັນດາການເຄື່ອນໄຫວດຳເນີນທຸລະກິດພາຍໃນປະເທດ, ພ້ອງທັງຕັ້ງຄວາມຫວັງເລື່ອງປະຕິບັດສັນຍາການຄ້າເສລີ ອີຢູ - ຫວຽດນາມ ຈະກະທົບເປັນຢ່າງດີ ແລະ ຊຸກຍູ້ການເຄື່ອນໄຫວດຳເນີນທຸລະກິດ ແລະ ລົງທຶນຂອງບັນດາວິສາຫະກິດ ເອີລົບຢ່າງແຮງ. Tag vovworld EuroCham ຂ່າວ/ບົດອື່ນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ການຕ້ອນຮັບ ຄະນະການນຳ Asia Sociey ແລະ ເພື່ອນມິດອາເມລິກາຈຳນວນໜຶ່ງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ການພົວພັນ ຫວຽດນາມ - ອາເມລິກາ ເຫັນປະຈັກຕາບັນດາບາດກ້າວພັດທະນາຢ່າງແຮງ ກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ຄັ້ງທີ 2 ມີຫຼາຍເນື້ອໃນໃໝ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ດຳເນີນບັນດາການພົບປະສອງຝ່າຍ ຢູ່ອາເມລິກາ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ການຕ້ອນຮັບ ຄະນະການນຳ Asia Sociey ແລະ ເພື່ອນມິດອາເມລິກາຈຳນວນໜຶ່ງ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ການພົວພັນ ຫວຽດນາມ - ອາເມລິກາ ເຫັນປະຈັກຕາບັນດາບາດກ້າວພັດທະນາຢ່າງແຮງ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ດຳເນີນບັນດາການພົບປະສອງຝ່າຍ ຢູ່ອາເມລິກາ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ