ວິສາຫະກິດຮົ່ງກົງ (ຈີນ) ກວ່າ 70% ເລືອກເອົາຫວຽດນາມແມ່ນສະຖານທີ່ທຳອິດເພື່ອເປີດໂຮງງານຢູ່ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ມີ 73% ຜູ້ຖືກສຳພາດມີການຄາດຄະເນວ່າ ຈະເປີດບັນດາໂຮງງານໃໝ່ຕື່ມອີກຢູ່ອາຊຽນ, ໃນນັ້ນປະເທດໄດ້ຮັບການເລືອກເຟັ້ນທຳອິດແມ່ນຫວຽດນາມ
ວິສາຫະກິດຮົ່ງກົງ (ຈີນ) ກວ່າ 70% ເລືອກເອົາຫວຽດນາມແມ່ນສະຖານທີ່ທຳອິດເພື່ອເປີດໂຮງງານຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1(ພາບປະກອບ: TTXVN)

ໝາກຜົນການສຳຫຼວດຂອງສະພາສະມັດຕະພາບຮົ່ງກົງ (ຈີນ) ຫວ່າງມໍ່ໆມານີ້ໄດ້ສະແດງໃຫ້ເຫັນວ່າ ນັບແຕ່ເມື່ອເກີດຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາ - ຈີນ, ນັບມື້ນັບມີວິສາຫະກິດຫຼາຍແຫ່ງຢູ່ເຂດປົກຄອງພິເສດຮົ່ງກົງ (ຈີນ) ມີຈຸດປະສົງຢາກມາເປີດໂຮງຈັກໂຮງງານຢູ່ພາກພື້ນອາຊຽນ.

        ລະອຽດແມ່ນ, ມີ 73% ຜູ້ຖືກສຳພາດມີການຄາດຄະເນວ່າ ຈະເປີດບັນດາໂຮງງານໃໝ່ຕື່ມອີກຢູ່ອາຊຽນ, ໃນນັ້ນປະເທດໄດ້ຮັບການເລືອກເຟັ້ນທຳອິດແມ່ນຫວຽດນາມ, ຕໍ່ຈາກນັ້ນແມ່ນກຳປູເຈຍ, ມຽນມາ. ປັດໃຈຊັ່ງຊາທຳອິດເມື່ອເລືອກເຟັ້ນເອົາປະເທດໃດໜຶ່ງເພື່ອສ້າງໂຮງຈັກໂຮງງານນັ້ນແມ່ນສະຖຽນລະພາບດ້ານການເມືອງ, ຕໍ່ຈາກນັ້ນແມ່ນບັນດາຄວາມຮຽກຮ້ອງຕ້ອງການ ແລະ ບຸລິມະສິດດ້ານພາສີອາກອນ ກໍຄືລາຍຈ່າຍໃນການເຄື່ອນໄຫວ. ຕາມການສຳຫຼວດ, ບັນດາຂະແໜງອາຊີບທີ່ມີຈຸດປະສົງຢາກເປີດໂຮງຈັກໂຮງງານຢູ່ຫວຽດນາມ ສ່ວນຫຼາຍແມ່ນບັນດາຜະລິດຕະພັນເອເລັກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ, ໂສ້ງເສື້ອ ແລະ ເຄື່ອງຫຼີ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ