ວິສາຫະກິດຮ່ວມເດີນທາງພ້ອມກັບລັດຖະບານແລະນະຄອນໂຮ່ຈິມິນ

(VOVWORLD) -ຕອນເຊົ້າວັນທີ 02 ມັງກອນ, ຢູ່ຫໍປະຊຸມເອກະພາບ, ຢູ່ນະຄອນໂຮ່ຈິມິນ, ໄດ້ດຳເນີນການພົບປະສັງສັນຕົ້ນປີໃໝ່ 2018 ດ້ວຍຫົວຂໍ້ “ວິສາຫະກິດຕັດສິນໃຈຮ່ວມເດີນທາງພ້ອມກັບລັດຖະບານ ແລະ ນະຄອນໂຮ່ຈິມິນ”
ວິສາຫະກິດຮ່ວມເດີນທາງພ້ອມກັບລັດຖະບານແລະນະຄອນໂຮ່ຈິມິນ - ảnh 1 (ພາບປະກອບ: KT)

ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານດ້ານເສດຖະກິດຫຼາຍຄົນ ພ້ອມກັບນັກທຸລະກິດ 300 ຄົນ. ລາຍການໂດຍສະຖານີໂທລະພາບດີຈີຕອນ VTC ສັງກັດ VOV ຈັດຕັ້ງ.

        ທີ່ການພົບປະ, ບັນດາວິສາຫະກິດປາດຖະໜາວ່າ ດ້ວຍກົນໄກພິເສດສະເພາະເຊິ່ງສະພາແຫ່ງຊາດຮັບຮອງເອົາໃນທ້າຍປີ 2017, ນະຄອນໂຮ່ຈິມິນ ຈະເສີມຂະຫຍາຍສິດຂອງຕົນໃນການບໍລິຫານ, ຮຽກຮ້ອງດຶງດູດການລົງທຶນ. ພ້ອມທັງເປີດກວ້າງກາລະໂອກາດໃຫ້ບັນດາວິສາຫະກິດພາກເອກະຊົນພັດທະນາກວ່າ. ທ່ານນາງ ຫງວຽນກິມທວາ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ  ກອນກໍ່ວ່າງ Hi-tech, ຖືວ່າ.

        “ພວກຂ້າພະເຈົ້າຫວັງວ່າ ພື້ນຖານເສດຖະກິດຫວຽດນາມ ຈະມີບັນດາບາດກ້າວປ່ຽນແປງໃໝ່ກວ່າອີກ. ບັນດາແຜນນະໂຍບາຍ, ນະໂຍບາຍ, ບັນດາການໜູນຊ່ວຍຂອງລັດຖະບານ ທີ່ສະຫງວນໃຫ້ແກ່ວິສາຫະກິດຈະກະຈ່າງແຈ້ງກວ່າ ແລະ ລະອຽດກວ່າ. ວິສາຫະກິດພວກຂ້າພະເຈົ້າປາດຖະໜາວ່າ ຈະສຳຜັດກັບບັນຫາທຶນຮອນ, ນະໂຍບາຍບຸລິມະສິດເພື່ອພັດທະນາຂະແໜງກະສິກຳຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ